ສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຂະແໜງກະສິກຳແລະພັດທະນາຊົນນະບົດ

ສະເຫຼີມສະຫຼອງ70ປີແຫ່ງວັນມູນເຊື້ອຂະແໜງກະສິກຳແລະພັດທະນາຊົນນະບົດ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ກ່າ​​ວຄຳ​ເຫັນ​ທີ່​ພິທີ
(ພາບ: VGP)


(vovworld) – ຕອນ​ເຊົ້າ​ວັນ​ທີ 14/11, ຢູ່​ຮ່າ​ໂນ້ຍ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີແຫ່ງ​ວັນ​ມູນ​ເຊື້ອ​ຂະ​ແໜງ​ກະສິກຳ​ແລະ​ພັດທະນາ​ຊົນ​ນະ​ບົດ (14/11/1945 – 14/11/2015) ​ແລະ ກອງ​ປ​ະຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດຂະ​ແໜງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ​ຄັ້ງ​ທີ 4. ກ່າ​​ວຄຳ​ເຫັນ​ທີ່​ພິທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ ​ໃນ​ຊຸ​ມປີ​ຈະ​ມາ​ເຖິງ, ຂະ​ແໜງກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ​ ຈະ​ຢືນ​ຢູ່​ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ. ​ທ່ານ​ປະທານ​ປະ​ເທດສະ​ເໜີ​ວ່າ.

      “ຂະ​ແໜງ​ກະສິກຳ ​ແລະ ຊົນ​ນະ​ບົດ​ຕ້ອງ​ເພີ່ມ​ທະວີ​ການ​ຄົ້ນ​ຄວ້າ, ນຳ​ໃຊ້​ຄວາມ​ກ້າວ​ໜ້າ​ດ້ານວິທະຍາສາດ, ​ເຕັກນິກ​ເຂົ້າ​ໃນ​ຂົງ​ເຂດ​ຜະລ​ິດກະສິກຳ, ​ເພື່ອ​ປະຢັດລາຍ​ຈາ​ຍ, ຍົກ​ສູງ​ສະມັດ​ຕະພາບການ​ອອກ​ແຮງ​ງານ, ຄຸນ​ນະພາ​ບ, ກຳລັງ​ແກ່ງ​ແຍ້​ງຂອງ​ຜະລິດ​ຕະພັນ. ພ້ອມ​ກັນນັ້ນ, ຮັບປະກັນ​ຫຼັກ​ອະນາ​ໄມ​ດ້ານ​ສະບຽງ​ອາຫານ ​ແລະ ຫຼຸດຜ່ອນ​ການກໍ່ມົນ​ລະ​ຜິດ​ສິ່ງ​​ແວດ​ລ້ອມ.”

      ​ແລະ​ກໍ​ໃນ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 70 ປິແຫ່ງ​ວັນ​ມູນ​ເຊື້ອ​ຂະ​ແໜງ​ກະສິກຳ​ແລະ​ພັດທະນາ​ຊົນ​ນະ​ບົດ, ຕອນ​ຄໍ່າ​ວັນ​ທີ 13/11, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ໄດ້​ເຂົ້າ​ຮ່ວມ​ພິທີ​ຍ້ອງ​ຍໍ​ຊົມ​ເຊຍຊາວ​ກະສິກອນ​ດີ​ເດັ່ນ 63 ຄົນ, ມອບ​ລາງວັນ​ໃຫ້ 80 ໝູ່​ຄະນະ, ສ່ວນ​ບຸກຄົນທີ່​ໄດ້​ຮັບນາມ​ມະ​ຍົດ “ຮວງ​ເຂົ້າ​ຄຳ​ຫວຽດນາມ” ຄັ້ງ​ທີ 2.

ຂ່າວ/ບົດ​ອື່ນ