ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ອິນໂດເນເຊຍແລະຝຣັ່ງ

ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ອິນໂດເນເຊຍແລະຝຣັ່ງ - ảnh 1
ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ຣັ່ງ
(ພາບ: antv.gov.vn)

(vovworld) – ​​​ຕອນ​ຄ​່ຳ​ວັນ​ທີ 18/12, ຢູ່​ນະ​ຄອນຫຼວງ Jakarta, ສະ​ຖານ​ທູດ ຫວຽດ​ນາມ ແລະ ຫ້ອງ​ການ​ທູດ​ການ​ທະ​ຫານ ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ ສົມ​ທົບ​ກັນ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ (22/12/1944 – 22/12/2014) ຢ່າງ​ສົມ​ກຽດ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິນ​ໂດ​ເນ​ເຊຍ ຫງວຽນ​​ດຊວນ​ຖູຍ ຊີ້​ແຈ້ງວ່າ: ຈຳ​ເປັນ​ຕ້ອງ​ສ້າງ​​ກອງ​ທັບ​ເປັນ​ທັນ​ສະ​ໄໝ, ພັດ​ທະ​ນາກຳ​ລັງ​ແຮງ ແລະ ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ດ້ານ​ການ​ທະ​ຫານ​ເໝາະ​ສົມ​ກັບ​ເງື່ອນ​ໄຂ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດກໍ່​ຄື​ການ​ພົວ​ພັນ​ກັບປະ​ເທດ​ຕ່າງໆໃນ​ສະ​ຕະ​ວັດ​ທີ 21, ​ທ່ານຢັ້ງ​ຢ​ືນ​ຄືນ​ໃໝ່​​ວ່ານະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ​ປ້ອງ​ກັ​ນ​ຊາດ​ຂ​ອງ ຫວຽດ​ນາມ ​ແມ່​ນບໍ່​ເຂົ້າ​ຮ່ວມ​ສຳ​ພັນ​ທະ​ມິດ​ການ​ທະ​ຫານ ຫຼື ​ຮ່ວມ​ສຳ​ພັນ​ກັບ​ບັນ​ດາ​ປະ​ເທດ​ອື່ນ​ເພື່ອ​ຕ້ານ​ຄືນ​ປະ​ເທດ​ທີ 3 ແລະ ບໍ່​ອະ​ນຸ​ຍາດ​ໃຫ້​​ກອງ​ທັບ​ຕ່າງ​ປະ​ເທດຕັ້ງ​ທັບ​ໃນ​​ຜືນ​ແຜ່ນ​ດິນ ຫວຽດ​ນາມ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເນັ້ນ​ໜັກ​ວ່າ: ລັດ​ຖະ​ບານ ແລະ ກອງ​ທັ​ບ​ປະ​ຊາ​ຊົນ ຫວຽດ​ນາມ ຕີ​ລາ​ຄາ​ສູງ​ການ​ຮ່ວມ​ມື, ໜູນ​ຊ່ວຍ ແລະ ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ລະ​ຫວ່າງ 2 ປະ​ເທດ ແລະ ກອ​ງ​ທັບ 2 ປະ​ເທດ, ຖື​ວ່າ: ການ​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ​​ລະ​ຫວ່າງ​ກອ​ງ​ທັບ​ ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ແມ່ນ​ຂົວ​ຕໍ່​ປະ​ກອບ​ສ່ວນ​ຮັດ​ແໜ້ນ​ການ​ພົວ​ພັນ​ມິດ​ຕະ​ພາບ, ທີ່​ເປັນ​ມູນ​ເຊື້ອລະ​ຫວ່າງກອງ​ທັບ ແລະ ປະ​ຊາ​ຊົນ 2 ປະ​ເທດ​ໂດຍປ​ະ​ທານ ໂຮ່​ຈີ​ມິນ ແລະ ປະ​ທາ​ນາ​ທິ​ບໍ​ດີ Sukarno ​​​ສ້າງ​ຕັ້ງ ແລະ ເພີ່ມ​ພູນ​ຄູນ​ສ້າງ​.

        ແລະ​ກໍ່​ໃນ​ຕອນ​ຄ່ຳ​ວັນ​ທີ 18/12, ຢູ່ ປາ​ຣີ, ປະ​ເທດ ຝ​ຣັ່ງ ກໍ່​ດຳ​ເນີນ​ພິ​ທີ​ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ ຫວຽດ​ນາມ ແລະ 25 ປີ​ແຫ່ງວັນ​​ທົ່ວ​ປວງ​ຊົນປ້ອງ​ກັນ​ປະ​ເທດ​.


ຂ່າວ/ບົດ​ອື່ນ