ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກຳລັງປະກອບອາວຸດທະຫານເຂດ9(10/12/1945-10/12/2015)

ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງກຳລັງປະກອບອາວຸດທະຫານເຂດ9(10/12/1945-10/12/2015) - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ
ກ່າວ​ຄວາມ​ເຫັນ​ທີ່​ພິທີສະ​ເຫຼີ​ມສະຫຼອງ)

(vovworld) - ກ່າວ​ຄວາມ​ເຫັນ​ທີ່​ພິທີສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 9 (10/12/1945-10/12/2015) ​ເຊິ່ງຈັດ​ຕັ້ງໃນ​ຕອນ​ເຊົ້າ​ວັນ​ທີ 3/12, ຢູ່​ນະຄອນ ​ເກິ່ນ​ເທີ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຊີ້​ແຈ້ງວ່າ, ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ສະພາບ​ການ​ໂລກ ​ແລະ ພາກ​ພື້ນ, ພິ​ເສດ​ແມ່ນ​ສະພາບ​ການ​ຢູ່ທະ​ເລ​ຕາ​ເວັນ​ອອກ, ຈະ​ສືບ​ຕໍ່​ມີ​ການ​ຜັນ​ແປ​​ໄປຢ່າງ​ສັບສົນ, ດັ່ງ​ນັ້ນ​ອົງຄະ​ນະ​ພັກ ​ແລະ ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 9 ຄວນຊາບ​ຊືມທັດສະນະ, ​ແນວທາງ​ການ​ທະຫານ - ການ​ປ້ອງ​ກັນຊາ​ດຂອງ​ພັກ​ຢ່າງ​ເລິກ​ເຊິ່ງ; ກຳ​ແໜ້ນ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ, ຈັດ​ຕັ້ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 8 (ຊຸດ​ທີ 11) “ກ່ຽວ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່“,  ​ແລະ ມະຕິ​ຂອງ​ກົມ​ການ​ເມືອງ “ກ່ຽວ​ກັບ​ການ​ສືບ​ຕໍ່​ກໍ່ສ້າງ​ບັນດາ​ແຂວງ, ນະຄອນ​​ໃໝ່​ທີ່ຂຶ້ນ​ກັບສູນ​ກາງ​ ​ໃຫ້​ກາຍ​ເປັນ​ເຂດ​ປ້ອງ​ກັນ​ໃນ​ໄລຍະ​ໃໝ່​ຢ່າງ​ໝັ້ນຄົງ“. ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບສັງ​ລວມ ​ແລະ ກຳລັງ​ສູ້​ຮົບ​ຂອງ​ກຳລັງ​ປະກອບ​ອາວຸດ​ທະຫານ​ເຂດ 9, ​ເພື່ອ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ.

        “ຄວນ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ​ເຂດ​ທະຫານ​ຕາມ​ທິດ​ປະຕິວັດ, ​ເປັນ​ກຳລັງ​ຫຼວງ, ຍອດ​ຢ້ຽມ, ​ເປັນ​ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ; ປັບປຸງ​ກຳລັງ​ທະຫານ​ຫຼັກ​ແຫຼ່ງ, ທະຫານ​ທ້ອງ​ຖີ່​ນ, ​ໃຫ້​ບຸລິ​ມາ​ສິດ​ຮັບປະກັນ​ດ້ານ​ຈຳນວນ​ພົນທະຫານ​ສຳລັບ​ບັນດາ​ກົມ​ກອງ​ກຽມພ້ອມ​ສູ້​ຮັບ, ກົມ​ກອງ​ເຮັດ​ໜ້າ​ທີ່ຢູ່​ຕາມ​ເສັ້ນ​ຊາຍ​ແດນ ​ແລະ ໝູ່​ເກາະ. ກໍ່ສ້າງ​ກຳລັງ​ທະຫານ​ລາດ​ປ້ອງ​ກັນ​ຕົວຢ່າງ​ໝັ້ນຄົງ​ເຂັ້ມ​ແຂງ, ກວ້າງຂວາງ, ມີ​ຈຳນວນ, ​ໂຄງ​ປະກອບ​ທີ່​ເໝາະ​ສົມ… ກຳ​ແໜ້ນ​ສະພາບ​ການ, ​ເພີ່ມ​ເຕີມ, ປັບປຸງ​ແຜນການ​, ກໍ່​ຄືບັນດາ​ມາດ​ຕະການ​ປ້ອງ​ກັນ, ຮູ້​ຮົບຢ່າງ​ທັນ​ການ, ກຽມພ້ອມ​ຕີ​ເອົາ​ຊະນະ​ສັດຕູ​ໃນທຸກ​ສະຖານະ​ການ, ບໍ່​ໃຫ້​ຕົກ​ຢູ່​ໃນ​ທ່າ​ຮັບ“.


ຂ່າວ/ບົດ​ອື່ນ