ສະເຫຼີມສະຫຼອງ71ປີແຫ່ງວັນຊາດຫວຽດນາມຢູ່Algeria

ສະເຫຼີມສະຫຼອງ71ປີແຫ່ງວັນຊາດຫວຽດນາມຢູ່Algeria - ảnh 1
ພາບຖ່າຍໃນເຫດການ
(ພາບຈາກbaotintuc.vn/)

(vovworld) – ​ຕອນ​ຄຳ່​ວັນ​ທີ 4/9, ສະຖານທູ​ດ ຫວຽດນາມ ປະຈຳ Algeria ​ໄດ້​ຈັດ​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ 71 ປີ​ແຫ່ງວັນຊາດ ຫວຽດນາມ (2/9/1945 – 2/9/2016) ຢ່າງ​ສົມ​ກຽດ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ພະນັກ​ງານ, ພາລະກອນ​ສະຖານທູ​ດ, ບັນດາ​ອົງການ​ຕ່າງໆ ​ແລະ ພໍ່​ແມ່ປະຊາຊົນ​ຊາວ ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ, ຮຳ່ຮຽນ ​ແລະ ປະຕິບັດ​ງານ​ຢູ່ Algeria ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ ຫງວຽນ​ຫວຽດຮ່າ, ​ອຸປະ​ທູດ​ຊົ່ວ​ຄາວ ຫວຽດນາມ ປະຈຳ Algeria ​ໄດ້​ຊີ້​ແຈ້ງ​ຄວາມ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງວັນຊາດ 2/9 ​ແລະ ທົບ​ທວນຄືນບັນດາ​ຂີດ​ໝາຍ​ທີ່​ພິລະ​ອາດຫານ​ຂອງ​ຊາດ ຫວຽດນາມ ນັບ​ແຕ່​ເມື່ອ​ປະທານ ​ໂຮ່ຈີ​ມິນ ອ່ານ​ຖະ​ແຫຼ​ງການ​ປະກາດ​ເອກະລາດ​ກ່ອນ​ນີ້ 71 ປີ. ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - Algeria, ທ່ານ ຫງວຽນ​ຫວຽດຮ່າ ​ໄດ້​ຢັ້ງຢືນ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ໄດ້​ພັດທະນາ​ຢ່າງ​ດີງາມ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ​່ນດ້ານ​ກາ​ນ​ເມືອງ ​ແລະ ​ເສດຖະກິດ ​ແລະ ການ​ພົວພັນ​ນີ້​ຈະ​ມີ​ບັນດາ​ບາດກ້າວ​ພັດທະນາ​ໃໝ່​ໃນ​ອະນາຄົດ​ຢ່າງ​​ແນ່ນອນ. ​ເນື່ອງ​ໃນ​ໂອກາດ​ນີ້, ສະຖາ​ນທູ​ດ ຫວຽດນາມ ​ໄດ້​ແນະນຳ, ​ໂຄສະນາ​ພາບ​ພົດ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ ຫວຽດນາມ ຜ່ານ​ການ​ສາຍຮູບ​ເງົາ, ວາງສະ​ແດງ ​ແລະ ຈຳໜ່າຍ​ບັນດາ​ສິ່ງ​ພິມວາ​ລະ​ສານ, ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ພົວພັນ​ແລກປ່ຽນ​ການ​ຄ້າ 2 ຝ່າຍ ​ແລະ ​ໂຄສະນາ​ອາຫານ​ການ​ກິນທີ່​ເປັນ​ເອກະລັກ​ຂອງ​ຊາດ ຫວຽດນາມ ອີ​ກດ້ວຍ.


ຂ່າວ/ບົດ​ອື່ນ