ສະເຫຼີມສະຫຼອງ75ປີແຫ່ງວັນປະທານໂຮ່ຈິມິນກັບເມືອປະເທດຊີ້ນຳການປະຕິວັດໂດຍກົງ (28/01/1941 – 28/01/2016)

ສະເຫຼີມສະຫຼອງ75ປີແຫ່ງວັນປະທານໂຮ່ຈິມິນກັບເມືອປະເທດຊີ້ນຳການປະຕິວັດໂດຍກົງ (28/01/1941 – 28/01/2016) - ảnh 1
ສະເຫຼີມສະຫຼອງ75ປີແຫ່ງວັນປະທານໂຮ່ຈິມິນ
ກັບເມືອປະເທດຊີ້ນຳການປະຕິວັດໂດຍກົງ
(ພາບ: TTXVN)


(vovworld) –​ ກ່ອນນີ້ 75 ປີິ, ວັນ​ທີ 28/01/1941, ພາຍ​ຫຼັງ​ເຄື່ອ​ນ​ໄຫວ​ຢູ່​ຕ່າງ​ປະ​ເທດ​ເປັນ​ເວ​ລາ 30 ປີ, ຜູ້​ນຳ ຫງວຽນ​ອ​໋າຍ​ກ໋ວກ ໄດ້​ກັບ​ເມືອ​ຫາ​ປະ​ເທດ​, ພ້ອ​ມ​ກັບ​ສູ​ນ​ກາງ​ພັກ​ຊີ້​ນຳ​ນຳ​ພາ​ການ​ປະ​ຕິ​ວັດ​ປົດ​ປ່ອຍ​ຊາດ​ໂດຍ​ກົງ ດ້ວຍ​ເປົ້າ​ໝາຍ​ແຖວ​ໜ້າ​ແມ່ນ​ຍາດ​ເອົາ​ເອ​ກະ​ລາດ​ມາ​ໃຫ້​ປະ​ເທດ​ຊາດ, ຍາດ​​ເອົາອຳ​ນາດ​ການ​ປົກ​ຄອງ​ມາ​ໃຫ້​ປະ​ຊາ​ຊົນ. 75 ປີ​ຜ່ານ​ມາ, ເຫດ​ການ​ປະ​ຫວັດ​ສາດນີ້​ຍາ​ມ​ໃດ​ກໍ​ມີຄຸນ​ຄ່າ​ອັນໃຫຍ່​ຫຼວງ, ​ມີຄວາມ​ຄວາມ​ໝາຍ​ເລິກ​ເຊິ່ງ​ສຳ​ລັບ​ວິ​ວັດ​ການ​ປົກ​ປັກ​ຮັກ​ສາ, ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ. ເນື່ອງ​ໃນ​ໂອ​ກາດນີ້, ບັນ​ດາ​ໜັງ​ສື​ພິມ​ໃຫ​ຍ່​ພາຍ​ໃນ​ປະ​ເທດ ສະ​ບັບ​ອອກວັນ​ທີ 28/01 ​ໄດ້ມີ​​ບັນ​ດາ​ບົດ​ຂຽນ​​ທີ່ຢືນຢ​ັນ​ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງ​ເຫດ​ການນີ້. ບົດ​ຂຽ​ນ “​​​ຖືຜົນ​ປະ​ໂຫຍດ​ຂອງ​​ປະ​ເທດຊາດ​ເປັນ​ສຳ​ຄັນ​ຍິ່ງ” ທີ່​ລົງ​ພິມ​ໃນ​ໜັງ​ສື​ພິມ​ໄຊ່​ງ່ອນ​ຢາຍ​ຟ໋ອງ (​ປົດ​ປ່ອຍໄຊ່​ງ່ອນ​) ຢືນ​ຢັນ​ວ່າ ເຫດ​ການ​​ຜູ້ນຳ ຫງວຽນ​ອ໋າຍ​ກ໋ວກ ກັບ​ເມືອ​ປະ​ເທດ​ເມື່ອ​ລະ​ດູບ​ານ​ໃໝ່ປີ 1941 ໄ​ດ້​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ພາ​ວະ​ວິ​ໄສ​ຂອງ​ຂະ​ບວນ​ການ​ປະ​ຕິ​ບັດ​ພາຍ​ໃນ​ປະ​ເທດ ແລະ ການ​ພັ​ດ​ທະ​ນາ​ຂອງ​ປະ​ຫວັດ​ສາດ​ແຫ່ງ​ການ​ຕໍ່​ສູ້​ຍາດ​ເອົາ​ເອ​ກະ​ລາດ, ປົດ​ປ່ອຍ​ຊາດ​ຫວຽດ​ນາມ. ບົດ​ຂຽນ​ກໍ​ຊີ້​ໃຫ້​ເຫັນ​ວ່າ, ຄຳ​ຕັດ​ສິນ​ຂອງ​ຜູ້​ນຳ ຫງວຽນ​ອ໋າຍ​ກ໋ວກ ເມື່ອ​ກັບ​ເມື​ອ​ປະ​ເທດ​ພາຍ​ຫຼັງ 3 ທົດ​ສະ​ວັດ​​ທີ່ໄປ​ຊອກ​ຫາ​ເສັ້ນ​ທາງ​ກ​ູ​້​ຊາດ ກໍ່​ແມ່ນ​ພື້ນ​ຖານ​ສຳ​ຄັນ​ເພື່ອ​ໃຫ້​ຫວຽດ​ນາມ ປັບ​ປຸງ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ ຕ້ານ​ຄືນ​ລັດ​ຖິ​ຟາດ​ສິດ ກໍ່​ຄື​ຍາດ​ແຍ່ງ​​ເ​ອົາການ​ສະ​ໜັບ​ສະ​ໜູນ, ການ​ຊ່ວຍ​ເຫຼືອ​ຂອງ​ຫຼາຍ​ປະ​ເທດ​ສຳ​ລັບ​ການ​ຕໍ່​ສູ້​​ປົດ​ປ່ອຍ​ຊາດ​ຫວຽດ​ນາມ ໃນ​ກິດ​ຈະ​ການ​​ລູກ​ຮື້​ຂຶ້ນ​ຍາດ​ເອົາ​ອຳ​ນາດ​ການ​ປົກ​ຄອງ ແລະ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ. ​ສ່ວນ​ໃນ​ໜັງ​ສື​ພິມ​​ ກວນ​ໂ​ດຍ​ເຍີນ​ເຢີນ (ກອງ​ທັບປະ​ຊາ​ຊົນ) ມີ​ບົດ ​ “ຂີດ​ໝາຍ​ປະຫວັດ​ສາດ​ກ່ຽວ​ກັບ​ບາດ​ລ້ຽວ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ”, ໃນ​ນັ້ນ​ໄດ້​ຫວນ​ຄືນ​ບັນ​ດາ​ຈຸດ​ເວ​ລາ​ພິ​ເສດ​ໃນ​ວິ​ວັດ​ແຫ່ງ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ຂອງ​ຜູ້​ນຳ ຫງວຽນ​ອ໋າຍ​ກ໋ວກ ແຕ່​ປີ 1941 ຮອດ​ປີ 1944. ຜ່ານ​ບັນ​ດາ​ເຫດ​ການ, ອາດ​ຈະ​ເ​ຫັນ​ໄດ້ບົດ​ບາດ​ສຳ​ຄັນ ແລະ ບັນ​ດາ​​ລັດ​ຖະ​ນະ​ໂຍ​ບາຍຢ່າງ​ຖືກ​ຕ້ອງ​ຂອງ​ຜູ້​ນຳ ຫງວຽນ​ອ໋າຍກ໋ວກ (ປະ​ທານ​ໂຮ່​ຈິ​ມິນ ໃນ​ປະ​ຈຸ​ບັນ) ບົນ​ເສັ້ນ​ທາງ​ຊີ້​ນຳ​​ນຳ​ພາການ​ຕໍ່​ສູ້​ປະ​ຕິ​ວັດ​ຂອງ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ