ສະເຫຼີມສະຫຼອງ85ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ

ສະເຫຼີມສະຫຼອງ85ປີແຫ່ງວັນມູນເຊື້ອແນວໂຮມປະເທດຊາດຫວຽດນາມ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ)

(vovworld) – ​​​ຕອນ​ເຊົ້າ​ວັນ​ທີ 15/11, ຢູ່​ຮ່າ​ໂນ​້ຍ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງ 85​ ປີແຫ່ງ​ວັນ​ມູນ​ເຊື້ອ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ (18/11/1930 – 18/11/2015) ​ແລະ ປ​ຸກລະດົມ​ບັ້ນ​ຂົນຂວາ​ຍ “ທົ່ວ​ປວງ​ຊົນ​ສາມັກຄີ​ກໍ່ສ້າງ​ຊົນນະບົດ​ໃໝ່, ຕົວ​ເມືອງ​ສີວິ​ໄລ”. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີມສະຫຼອງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ເນັ້ນ​ໜັກ​ວ່າ.

      “ລັດຖະບານ​ຮ່ວມ​​ເດ​ີນທາງ ​ແລະ ສະໜັບສະໜູນຢ່າງ​ແຮງ​ບັນດາ​ເນື້ອ​ໃນ ​ແລະ ມາດ​ຕະການ​ແກ້​ໄຂ​ຈັດ​ຕັ້ງ​​ປະຕິບັດ​ຂອງບັ້ນ​ຂົນຂວາຍ, ຊີ້​ນຳ​ນຳພາ​ການຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ມີ​ປະສິ​ດທິຜົນ, ​ເພື່ອ​ເປົ້າ​ໝາຍ​ປັບປຸງ​ຊີ​ວິດ​ທາງ​ການ​ວັດ​ຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ທຸກ​ຊັ້ນ​ວັນນະ​ຢ່າງ​ບໍ່​ຢຸ​ດຢັ້ງ. ພວກ​ເຮົາກໍ​​ເຊື່ອ​ໝັ້ນ​ວ່າ​ ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ດ້ວຍ​ບົດບາດ​ເປັນ​ສະຫະພັນ​ການ​ເມືອງ, ​ແມ່ນ​ອົງການ​ຈັດ​ຕັ້ງ​ຢ່າງ​ກວ້າງ​ຂວາງ​ຂອງ​ປະຊາຊົນ, ຈະ​ສືບ​ຕໍ​ປະຕິບັດ​ພາລະ​ໜ້າ​ທີ່​ຕິດຕາມ​ກວດກາ, ​ໄຈ້​ແຍກ​ຕີ​ລາຄາ​ດ້ານ​ສັງຄົມ, ​ເສີມ​ຂະຫຍາຍ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ສ້າງ​ລັດ​ແຫ່ງ​ອຳນາດນິຕິ​ບັນ​ຍັດ​ສັງຄົມ​ນິຍົມ ​ເພື່ອ​ໃຫ້​ລັດ​ຫວຽດນາມ ກາຍ​ເປັນ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພ່ື​ອປະຊາຊົນ​ຢ່າງ​ແທດ​ຈິງ”.

ຂ່າວ/ບົດ​ອື່ນ