ສະເຫຼີມສະຫຼອງວັນ ໄຊຊະນະຟາດຊິດ

ສະເຫຼີມສະຫຼອງວັນ ໄຊຊະນະຟາດຊິດ - ảnh 1

ພິທີ​ສະ​ເຫຼີ​ມສະຫຼອງ​ຢູ່​ກວາງ​ຫງາຍ-​ຫວຽດນາມ

(ພາບ: quangngai.gov.vn)

(vovworld) – ການ​ເຄື່ອນ​ໄຫວ​ຕ່າງໆ​​ເພື່ອສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ໄຊຊະນະ ຟາດ​ຊິດຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 9/5 ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ ຫວຽດນາມ. ຕອນ​ເຊົ້າ​ວັນ​ທີ 9/5, ຄະນະ​ກຳມະການ​ປະຊາຊົນ​ແຂວງ, ສະຫະ​ສະມາຄົມ​ບັນດາ​ອົງການ​ມິດຕະພາບ​ແຂວງ ​ແຄ໋ງຮ່ວາ ​ໄດ້​ສົມທົບ​ກັບ​ອົງການ​ຮ່ວມ​ທຸລະ​ກິດ Vietso Petro ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ເຫດການ​ນີ້ ​ແລະ 59 ປີ​ແຫ່ງ​ວັນ​ໄຊຊະນະ ດ້ຽນບຽນ​ຝູ (7/5/1954). ຜູ້ຕາງໜ້າ​ບັນດາ​ອົງການ, ຫົວໜ່ວຍ​ຮ່ວມ​ທຸລະ​ກິດ, ຮ່ວມ​ສຳພັນ​ລະ​ຫວ່າງສະຫະພັນ ລັດ​ເຊຍ ​ແລະ ຫວຽດນາມ ຢູ່​ແຂວງ​ແຄ໋ງຮ່ວາ ​ໄດ້​ຖະຫວາຍ​ທູບ​ທຽນ, ວາງ​ພວງມາລາ​ຢູ່​ອະນຸສາວະລີ​ນັກຮົບ ​ໂຊ​ວຽດ - ລັດ​ເຊຍ - ຫວຽດນາມ ທີ່​​ໄດ້ເສຍສະຫຼະ​ຊີວິດ​ເພື່ອ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ຢູ່​ນະຄອນ ກາມ​ແຣງ. ສ່ວນຢູ່ນະຄອນ ​ໂຮ່ຈີ​ມິນ, ​ໃນ​ຕອນ​ເຊົ້າ​ວັນ​ທີ 9/5, ​ກໍ່​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ເຫດການ​ນີ້. ບັນດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ​ຢືນຢັນ​ວ່າ: ​ໄຊຊະນະ ຟາດ​ຊິດ​ມີ​ຄວາມ​ໝາຍ​ພິ​ເສດ ບໍ່​ພຽງ​ແຕ່​ສຳລັບ​ປະຊາຊົນ​ລັດ​ເຊຍ ​ເທົ່າ​ນັ້ນ ຫາ​ຍັງ​ສຳລັບ​ທົ່ວ​​ໂລກ​ອີກ​ດ້ວຍ. ສຳລັບ​ຫວຽດນາມ, ​ໄຊຊະນະ​ນີ້​ໄດ້​ປະກອບສ່ວນ​ເຮັດ​ໃຫ້​ລະບົບ​ລ່າ​ເມືອງ​ຂຶ້ນ​ຖືກພັງ​ລະລາຍ, ຊ່ວຍ​ໃຫ້ ​ຫວຽດນາມ ​ດຳ​ເນີນ​ການ​ປະຕິວັດ​ເດືອນ​ສິງຫາສຳ​ເລັດ​ຜົນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ Vladimir Klimov, ຫົວໜ້າ​ສະຖານກົງສູນ​ສະຫະພັນ​ລັດ​ເຊຍ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ເວົ້າ​ວ່າ:

“​ແຕ່​ດົນ​ນານ​ມາ​ແລ້ວ, ປະຊາຊົນ ລັດ​ເຊຍ ​ແລະ ຫວຽດນາມ ຍາມ​ໃດ​ກໍ່​ມີ​ຄວາມ​ສະໜິດ​ຕິດ​ພັນ​ກັນຍ້ອນ​ວ່າ​ນ້ຳ​ໃຈ​ຂອງ​ລັດທິ​ຮັກ​ຊາດ, ດ້ວຍ​ນ້ຳ​ໃຈ​ມິດຕະພາບ​ບໍລິ​ສຸດ​ຜຸດ​ຜ່ອງ​ທີ່ບໍ່​ອາດທຳລາຍ​ໄດ້.ດັ່ງ​ນັ້ນ​ຊາວ ຫວຽດນາມ ​ແຕ່ລະຄົນ​ຍາມ​ໃດ​ກໍ່​ຈົດ​ຈຳ ​ແລະ ​ເຄົາລົບ​​ໄຊຊະນະ​ທີ່​ຍິ່ງ​ໃຫຍ່​ນີ້, ​ສ່ວນ​ຢູ່​ລັດ​ເຊຍ ຍາ​ມ​ໃດ​ກໍ່​ຄິດ​ເຖິງ​ວັນ​ທີ 30/4 ​​ເຊິ່ງແມ່ນ​ວັນ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດນາມ ​ແລະ ວັນ​ທີ 7/5 ​ແມ່ນວັນ​ໄຊຊະນະ​ດ້ຽນບຽນ​ຝູ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ​ເລື່ອງ​ສຶກສາ​ອົບຮົມລຸ້ນໜຸ່ມ​ຂອງ​ 2 ປະ​ເທດ​ບົນ​ຈິດ​ໃຈ​ດັ່ງ​ນັ້ນແມ່ນ​ການເພີ່ມ​ພຸນຄຸນ​ສ້າງສາ​ຍພົວພັນ 2 ຝ່າຍ​ຂອງ​ພວກ​ເຮົາ”

        ຢູ່​ປະ​ເທດ​ລັດ​ເຊຍ​ ກໍ່​​ໄດ້ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ່າງໆ​ເພື່ອ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່​ງວັນ​ໄຊຊະນະ ຟາດ​ຊິດ. ​ເຊິ່ງພົ້ນ​ເດັ່ນ​ແມ່ນ​​ຂະ​ບວນ​ແຫ່ຢູ່​ຈັດ​ຕູ​ລັດ​ແດງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ປະທານາທິບໍດີ Vladimir Putin, ນາຍົກລັດຖະມົນຕີ Dmitry Medvedep.​.​.​ ທ່ານ​ເອກ​ອັກຄະ​ລັດຖະທູ​ດວິ​ສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ ລັດ​ເຊຍ ຟ້າ​ມຊວນ​ເຊີນ ກໍ່​ເຂົ້າ​ຮ່ວມ​ດ້ວຍ​ຖານະ​ເປັນ​ແຂກ​ຖືກ​ເຊີນ.

ແລະ​ກໍ​ເນື່ອງ​ໃນ​ໂອກາດນີ້, ຫນັງ​ສື​ພິມ Quan doi nhan dan ​ສຽງ​ຂອງກອງທັບ​ປະຊາຊົນ​ຫວຽດນາມ ສະບັບ​ອອກ​ວັນ​ທີ 9/5 ​ໄດ້​ລົງ​ພິມ​ບົດ​ຂຽນ​ດ້ວຍ​ຫົວ​ຂໍ້​ວ່າ: “ສອງ​ຊາດ-​ສົງຄາມສອງ​ຄັ້ງ-​ໄຊຊະນະ​ສອງ​ເທື່ອ“ ຊື່​ງ​ໄດ້​ຍ້ອງຍໍ​ສັນລະ​ເສີນ​ໄຊຊະນະ​ອັນ​ສະຫງ່າ​ອົງ​ອາດ, ປະຫວັດສາດ​ອັນ​ສະຫງ່າ​ລາສີ​ຂອງ​ສອງ​ຊາດ, ກໍ່​ຄື​ຄວາມ​ສະໜິດ​ຕິດ​ພັນ​ອັນ​ຍາວ​ນານ​ຂອງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ຫວຽດນາມ-​ສະຫະພັນ​ລັດ​ເຊຍ. ບົດ​ໜັງສືພິມ​ໄດ້​ຂຽນ​ວ່າ: ​ໄຊ​ຊະ​ນະ​ວັນ​ທີ 30/4 ຢູ່​ຫວຽດນາມ ​ແລະ ວັນ​ທີ 9/5 ຢູ່​ລັດ​ເຊຍ ລ້ວນ​ແຕ່​ສ້າງ​ວັນ​ຕິ​ພາບ​ໃຫ້​ແກ່​​ສອງ​ປະ​ເທດ. ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ບັນດາ​ວິລະ​ກຳ​ອັນ​ໃຫ່ຍຫຼວງ​ຂອງ​ຊາດ​ແມ່ນ​ຊັບ​ສົມບັດ​ດ້ານ​ຈິດ​ໃຈ​ຂອງ​ລຸ່ນປະຈຸ​ບັນ​ຢູ່​ຫວຽດນາມ ກໍ່​ຄື​ຢູ່ລັດ​ເຊຍ. ຕາມ​ບົດ​ໜັງສືພິມ​ດັ່ງກ່າວ​ແລ້ວ, ທຸກ​ຊົນ​ຊາດ​ລ້ວນ​ແຕ່​ຕ້ອງ​ຈື່​ຈຳ​ໄຊຊະນະ​ຂອງ​ຊາດ​ຕົນ, ຕ້ອງ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ກ່ຽວ​ກັບ​ຜູ້​ທີ່​ໄດ້​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ບົດ​ໜັງສືພິມ​ໄດ້​ສະຫລຸບ​ວ່າ: ​ເຖິງ​ວ່າ, ມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​​ໄດ້​ປ່ຽນ​ແປງ​​ໄປ​ແລ້ວກໍ່ຕາມ​ແຕ່​ຢູ່​ຫວຽ​ດນາມ ກໍ່​ຄື​ລັດ​ເຊຍ, ທຸກ​ຄົນ​ກໍ່​ລ້ວນ​ແຕ່​ຄິດ​ເຖິງ  “ວັນ​ໄຊະນະ“ ອັນ​ສະຫງ່າ​ອົງອາດ ​ແລະ ພ້ອມ​ກັນນັ້ນ​ໄດ້​ຕັດສິນ​ໃຈສ້າງ ​ແລະ ປັບປຸງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ​ສອງ​ຊາດ​ໃຫ້​ນັບ​ມື້​ນັບໝັ້ນຄົງ​ເຂັ້ມ​ແຂງ.

ສະເຫຼີມສະຫຼອງວັນ ໄຊຊະນະຟາດຊິດ - ảnh 2

ພິທີ​ສະ​ເຫຼີ​ມສະຫຼອງ​ຢູ່​ລັດ​ເຊຍ

(ພາບ:vov.vn)

    ບັນ​ດາ​ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ໄຊຊະນະ​ຟາດ​ຊິດ (9/5/1945) ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ຫຼາຍ​ປະ​ເທດ ​ເພື່ອ​ຫວນ​ຄືນ​ວິລະ​ກຳ​ທີ່​ອົ່ງອາດ​ກ້າຫານຂອງ​ກອງທັບ ​ແລະ ປະຊາ​ຊົນໂຊ​ວຽດ​ ໃນ​ການ​ຕໍ່ສູ້​ອັນ​ທຸກ​ຍາກ​ລຳບາກ ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ແລະ ກູ້​ເອົາ​ມວນ​ມະນຸດ​ຫລຸດ​ໃຫ້​ພົ້ນອອກ​ຈາກ​​ແອກ​ຄອບຄອງ​ຂອງ​ຟາດ​ຊິດ. ວັນ​ທີ 9/5, ຢູ່​ສະຫະພັນ​ລັດ​ເຊຍ, ​ໄດ້​ຈັດການ​ສວນສະໜາ​ມສະ​ເຫຼີ​ມສະຫຼອງ​​ເຫດການ​ນີ້. ກ່ອນ​ໜ້ານັ້ນ, ວັນ​ທີ 8/5, ບັນດາ​ການ​ນຳ​ລັດ​ເຊຍ ​ແລະ ຜູ້ຕາງໜ້າ​ບັນດາ​ພັກ​ການ​ເມືອງ, ອົງການ​ອະດີດ​ນັກຮົບ, ອົງການ​ສັງຄົມ….​ໄດ້​ໄປ​ວາງ​ພວງມາລາ​ທີ່​ສຸສານ​ນັກຮົບ​ນິລະນາມ​ຢູ່ກຳ​ແພງ​ວັງ​ແກຼມລີ. ​ໃນ​ວັນ​ດຽວ​ກັນ, ການ​ນຳ ສ​ເຊັກ ​ໄດ້​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ອາ​ໄລ​ຫາ​ຢູ່​ສຸສານນັກຮົບ​ນິລະນາມທີ່​ນະຄອນຫຼວງ​ປາຣາຮາ. ຢູ່​ແບກ​ແລງ ປະ​ເທດ​ເຢຍລະ​ມັນ, ບັນດາ​ຜູ້ຕາງໜ້າ​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ເຢຍລະ​ມັນ, ຜູ້ຕາງໜ້າ​ສະຖານທູດ​ລັດ​ເຊຍ, ປະຊາ​ຄົມ​ບັນດາ​ປະ​ເທດ​ເອກະລາດ (SNG), ​ແລະ ​ອົງການ​ນາ​ໂຕ ​ປະຈຳ​ປະ​ເທດ​ນີ້... ​ໄດ້​ວາງດອກ​​ໄມ້ສົດ​​ຢູ່​ອະນຸສາວະລີ​ບັນດາ​ນັກຮົບ​ໂຊ​ວຽດ ປົດ​ປ່ອຍ​ແບກ​ແລງ ​ທີ່​ສວນສາທາລະນະ Treptov. ຢູ່​ປາຣີ ປະ​ເທດ​ຝະລັ່ງ, ປະທານາທິບໍດີ Francois Hollande ​ເປັນ​ປະທານ​ພິທີ​ສະ​ເຫຼີ​ມສະຫຼອງ “ວັນ​ໄຊຊະນະ​ຢູ່​ເອີ​ລົບ“ ​ເນື່ອງ​ໃນ​ໂອກາດ 68 ປີ​ແຫ່ງ​ວັນ​ສິ້ນ​ສຸດ​ສົງຄາມ​ໂລກ​ຄັ້ງທີ 2. ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ຕ່າງໆ​ທີ່​ອຸດ​ດົມ​ສົມບູນກໍ່​ໄດ້​ຈັດ​ຂຶ້ນ​ຢູ່​ແດນ​ມາກ, ບູນກາຣີ, ​ແຟງ​ລັງ….


ຂ່າວ/ບົດ​ອື່ນ