ສະເຫຼີມສະຫຼອງວັນຄ້າຍ ວັນເກີດທ່ານພົນເອກ ຫວໍ້ງວຽນຢາບ



ສະເຫຼີມສະຫຼອງວັນຄ້າຍ ວັນເກີດທ່ານພົນເອກ ຫວໍ້ງວຽນຢາບ - ảnh 1

(ພາບ: vov)

 (vovworld) -​​ ​ໃນ​ຊຸມ​ມື້ນີ້, ປຊຊ ​ໃນ​ທົ່ວ​ປະ​ເທດຫວຽດນາມ​ໄດ້​ມຸ່ງ​ໄປ​ສູ່​ການສະ​ເຫຼີ​ມສະຫຼອງ​ວັນ​ຄ້າຍ​ວັນເກີດ​ທ່ານ​ພົນ​ເອກ​ຫວໍ້​ງວຽນ​ຢາ​ບ ຄົບ​ຮອບ 104.

  ​ຕອນ​ເຊົ້າວັນ​ທີ 25/8, ຂະ​ບວນ​ຄົນ​ໄດ້​ມາເຕົ້າ​ໂຮມ​ຢູ່​ເຮືອນ​ເລກ​ທີ 30 ຖະໜົນ​ຮ່ວາງ​ຢ້ຽວ-ຮ່າ​ໂນ້ຍ, ບັນດາ​ນັກ​ສຶກສາ, ນັກຮົບ​ເກົ່າ​ໄດ້​​ໃຕ້​ທຽນ 104 ​ເຫຼັ້ມໃນ​ເດີນ​ບ້ານ​ຂອງທ່ານ​ພົນ​ເອກ.

  ກ່ອນ​ໜ້ານັ້ນ, ​ໃນ​ຕອນ​ເຊົ້າຂອງ​ວັນ​ທີ 24/8, ຢູ່​ເມືອງ​ຮ່ວານ​ກຽມ-​ຮ່າ​ໂນ້ຍ, ໜັງສືພິມ​ນັກຮົບ​ເກົ່າ​ນະຄອນຫຼວງ​ສົມທົບ​ກັບ​ສະມາຄົມ​ຊ່າງ​ພາບ​ສິລະ​ປະ​ນະຄອນ ​ໄດ້​ໄຂ​ງານ​ວາງສະ​ແດງ​​ພາບຖ່າຍ “ຫວໍ້​ງວຽນ​ຢາ​ບ-ພົນ​ເອກ​ຂອງ​ປະຊາຊົນ“ ຂຶ້ນ​ຢ່າງ​ສົມ​ກຽດ ຊື່​ງສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນຄຸນ, ​ເຄົາລົບ​ນັບຖື​ຂອງ ປຊຊ ຫວຽດນາມ ຫຼາຍ​ລຸ້ນຄົນ​ທີ່​ມີ​ຕໍ່​ທ່ານ​ພົນ​ເອກ​ທີ່​ແສນ​​ເຄົາລົບ​ຮັກ​ຂອງ​ຊາດ.

ສະເຫຼີມສະຫຼອງວັນຄ້າຍ ວັນເກີດທ່ານພົນເອກ ຫວໍ້ງວຽນຢາບ - ảnh 2
ທີ່ງານ​ວາງສະ​ແດງ

(ພາບ: http://hanoimoi.com.vn)

  ຢູ່​ເມື​ອງ​ເລະ​ຖູ​ຍ, ​ແຂ​ວງກວາງ​ບິ່ງ, ບ້ານ​ເກີດ​​ເມືອງ​ນອນ​ຂອງ​ທ່ານ​ພົນ​ເອກ, ນັບ​ແຕ່​ຮຸ່ງ​ເຊົ້າ, ບັນດາ​ຜູ້​ເຖົ້າ​ແກ່, ພວກຫຼານ​ນັກຮຽນ, ຊາວ​ໜຸ່ມ, ພະນັກງານ…​ໄດ້​ພາກັນ​ໄປຍັງ​ອະນຸສອນ​ສະ​ຖານ​​ທ່ານ​ພົນ​ເອກ​ຢູ່ແຄມ​ແມ່ນ້ຳກຽນ​ຢາງ (ບ້ານ​ອານ​ຊາ, ຕາ​ແສງ​ໂລກ​ຖູ​ຍ, ​​ເມືອງ​ເລະ​ຖູ​ຍ) ​ເພື່ອ​ຖະຫວາຍ​ທູບ​ທຽນອາ​ໄລ​ຫາ​ທ່ານ​ພົນ​ເອກ​ຜູ້​ທີ່​ມີ​ຄວາມປີ​ຊາ​ສາມາດ, ມີ​ຄຸນສົມບັດ​ດີ​ເລີດ./.

ຂ່າວ/ບົດ​ອື່ນ