ສະເຫຼີມສະຫຼອງວັນຄູແຫ່ງຊາດຫວຽດນາມ20/11ຢູ່ໂຮງຮຽນ2ພາສາລາວ-ຫວຽດນາມຫງວຽນຢູ

ສະເຫຼີມສະຫຼອງວັນຄູແຫ່ງຊາດຫວຽດນາມ20/11ຢູ່ໂຮງຮຽນ2ພາສາລາວ-ຫວຽດນາມຫງວຽນຢູ - ảnh 1
(ພິທີ​ໂຮມ​ຊຸມນຸມ​ມິດ​ຕິງ ສະ​ເຫຼີ​ມສະຫຼອງ​ວັນ​ຄູ ຫວຽດນາມ 20/11)

(vovworld) –  ​ ​​ ວັນ​ທີ 20 ພະຈິກ ຢູ່​ນະຄອນຫລວງ ວຽງ​ຈັນ ​ໂຮງຮຽນ 2 ພາສາ ລາວ - ຫວຽດນາມ ຫງວຽນ​ຢູ ​ໄດ້​ຈັດ​ຕັ້ງ​ພິທີ​ໂຮມ​ຊຸມນຸມ​ມິດ​ຕິງ ສະ​ເຫຼີ​ມສະຫຼອງ​ວັນ​ຄູ ຫວຽດນາມ (20/11). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ ສົມ​ສັກ ສຸກ​ສັນ ຜູ້ອຳນວຍການ​ໂຮງຮຽນ ​ເນັ້ນ​ໜັກ​ວ່າ: ​ໂຮງຮຽນ 2 ພາສາ ລາວ - ຫວຽດນາມ ຫງວຽນ​ຢູ ​ໃນ​ຕົວ​ຈິງ​ແມ່ນ​ຂົວ​ເຊື່ອມຕໍ່​ທາງ​ດ້ານ​ວັດທະນະທຳ - ການ​ສຶກສາ, ນ້ຳ​ໃຈ​ສາມັກຄີ​ມິດຕະພາ​ບ​ແບບ​ພິ​ເສດ​ຄວາມ​ສັດ​ຊື່​ບໍລິສຸດ​ລະຫວ່າງ 2 ປະ​ເທດ ລາວ - ຫວຽດນາມ.

        ​ໂດຍ​ຕາງໜ້າ​ສະຖານທູດ ຫວຽດນາມ ປະຈຳ ລາວ, ທ່ານ ຫງວຽນ​ງ້ອກທັ໋ງ ທີ່​ປຶກສາ​ດ້ານວັດທະນະທຳ - ການ​ສຶກສາ ຫວຽດນາມ ປະຈຳ ລາວ ປາດ​ຖະໜາ​ຢາກ​ໃຫ້​ຄູອາຈານ, ນັກຮຽນ ສືບ​ຕໍ່​ມານະ​ພະຍາຍາມ​ສ້າງ​ໂຮງ​ຮຽນ​​ແຫ່ງ​ນີ້​ໃຫ້​ນັບ​ມື້​ນັບ​ພັດທະນາ, ສົມ​ກັບ​ເປັນສັນຍາ​ລັກ​ໃຫ້​​ແກ່ສາຍ​ພົວພັນ​ມິດຕະພາບ​ແບບ​ພິ​ເສດ​ລະຫວ່າງ ຫວຽດນາມ - ລາວ.
ຂ່າວ/ບົດ​ອື່ນ