ສະເຫຼີມສະຫຼອງວັນຊາດ ສ. ເຊັກ

ສະເຫຼີມສະຫຼອງວັນຊາດ ສ. ເຊັກ - ảnh 1
ພາບປະກອບ

(vovworld) -ຕອນ​ຄຳ່ວັນ​ທີ 31/10, ຢູ່​ນະຄອນ ​ໂຮ່ຈີ​ມິນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ສະມາຄົມ​ມິ​ດຕະພາບ ຫວຽດນາມ - ​ເຊັກ ນະຄອນ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 95 ປີ​ແຫ່ງ​ວັນ​ສະ​ຖາປະນາ ສ. ​ເຊັກ (28/10/1918 – 28/10/2013). ທີ່​ພິທີ, ບັນດາ​ຜູ້​ແທນ​ໄດ້​ທົບ​ທວນຄືນ​ສາຍ​ພົວພັນ​ມິດຕະພາບ​ເປັນ​ມູນ​ເຊື້ອ​ທີ່​ມີ​ມາ​ແຕ່​ດົນ​ນານ​ລະຫວ່າງ 2 ປະ​ເທດ, ຍາມ​​ໃດ​ກໍ່​ໄດ້​ຮັບ​ການ​ຮັກສາ ​ແລະ ພັດທະນາ​ຜ່ານ​ໄລຍະ​ປະຫວັດສາດ​ຕ່າງໆ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ, ທ່ານ Martin Klepetko, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ສ. ​ເຊັກ ປະຈຳ ຫວຽດນາມ, ຊີ້​ແຈ້ງວ່າ:

        “ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ພວກ​ເຮົາ​ດີງາມ​ທີ່​ສຸດ, ສະ​ແດງ​​ໃຫ້​ເຫັນ​ຜ່ານ​ແຕ່ລະວຽກ​ງານ​ການ​ເຄື່ອນ​ໄຫວ ​ແລະ ຂົງ​ເຂດ​ຮ່ວມ​ມື​ລະອຽດ. ຄວາມ​ສາມັກຄີ​ມິດຕະພາບ​ອັນ​ຍາວ​ນານ​ລະຫວ່າງ ຫວຽດນາມ ​ແລະ ສ. ​ເຊັກ ​ໄດ້​ກາຍ​ເປັນ​ກຳລັງ​ໜູນ​ຢ່າງ​ແຮງ​ໃຫ້​ແກ່​ການ​ຮ່ວມ​ມື​ພັດທະນາ​ລະຫວ່າງ 2 ປະ​ເທດ​ໃນ​ທຸກ​ຂົງ​ເຂດ. ຂ້າພະ​ເຈົ້າ​ຫວັງ​ວ່າ: ການ​ພົວພັນ​ນີ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ​​ໃນ​ອະນາ​ຄົດກ່ວາ​ອີກ”

        ປະຈຸ​ບັນ, ຫວຽດນາມ ​ແລະ ​ເຊັກ​ໄດ້​ເຊັນ​ເອກະສານ​ຮ່ວມ​ມື​ຫຼາຍ​ສະບັບ, ສ້າງ​​ໃນພື້ນຖານ​ໃຫ້​ແກ່​ການ​ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຍາວ​ນານ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​. ພິ​ເສດ, ລັດຖະບານ ສ. ​ເຊັກ ຫາ​ກໍ່​ໄດ້​ຮັບ​ຮູ້​ປະຊາຄົມ​ຊາວ ຫວຽດນາມ ​ເປັນ​ຊົນ​ເຜົ່າ​ທີ 14 ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ