ສະເຫຼີມສະຫຼອງວັນຊາດ ຫວຽດ​ນາມ ຢູ່ປະເທດການາດາ

(VOVWORLD) -ວັນທີ 28 ສິງຫາ, ພະນັກງານ, ພາລະກອນຂອງສະຖານທູດບັນດາອົງການຕາງໜ້າຫວຽດນາມ ປະຈຳການາດາ ແລະ ຜູ້ຕາງໜ້າ ປະຊາຄົມຊາວຫວຽດນາມ ມາຈາກບັນດານະຄອນໄດ້ພ້ອມກັນຈັດຕັ້ງພິທີໂຮມຊຸມນຸມມິດຕິງເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ ( 2 ກັນຍາ 1945 - 2 ກັນຍາ 2020).
ສະເຫຼີມສະຫຼອງວັນຊາດ ຫວຽດ​ນາມ ຢູ່ປະເທດການາດາ - ảnh 1 ພິທີໂຮມຊຸມນຸມມິດຕິງເພື່ອສະເຫຼີມສະຫຼອງ 75 ປີແຫ່ງວັນຊາດຫວຽດນາມ ( 2 ກັນຍາ 1945 - 2 ກັນຍາ 2020). (ພາບ: TTXVN)

ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ການາດາ ໄດ້ສະແດງຄວາມພາກພູມໃຈທີ່ໄດ້ຮັບຟັງທ່ານເອກອັກຄະລັດຖະທູດ ຟ້າມກາວຟອງ ແຈ້ງກ່ຽວກັບຜົນງານຂອງປະເທດຊາດ. ຈາກປະເທດທີ່ຂາດແຄນທັນຍາຫານ, ປະຈຸບັນ, ຫວຽດນາມ ໄດ້ກາຍເປັນປະເທດສົ່ງອອກ ກ່ຽວກັບບັນດາຜະລິດຜະລິດຕະພັນກະເສດ ທີ່ມີຊື່ສຽງໃນໂລກ. ທະນາຄານໂລກ (WB) ຄາດຄະເນວ່າ ປີ 2020 ລະດັບເຕີບໂຕຂອງພື້ນຖານເສດຖະກິດຫວຽດນາມ ຈະບັນລຸ 2,8%, ຢືນອັນດັບທີ 5 ໃນໂລກ. ແລະ ກໍ່ໃນວັນທີ 28 ສິງຫາ, ສະຖານທູດຫວຽດນາມ ປະຈຳ ການາດາກໍ່ໄດ້ເປີດສະຫຼອງຫ້ອງວາງສະແດງປະທານໂຮ່ຈີມິນ.

ຕອບກັບ

ຂ່າວ/ບົດ​ອື່ນ