ສະເຫຼີມສະຫຼອງວັນຊາດລາຊະອານາຈັກກໍາປູເຈຍ ຄົບຮອບ 65 ປີ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດລາຊະອານາຈັກ ກໍາປູເຈຍ ຄົບຮອບ (09/11/1953 – 09/11/2018), ວັນທີ 09 ພະຈິກ 2018, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ສົ່ງສານອວຍພອນເຖິງຄະນະປະຈໍາສູນກາງພັກປະຊາຊົນກໍາປູເຈຍ (CPP)

  ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຝາກຈົດໝາຍອວຍພອນໄປຍັງກະສັດແຫ່ງລາຊະອານາຈັກ ກໍາປູເຈຍ Norodom Sihamoni.

ສະເຫຼີມສະຫຼອງວັນຊາດລາຊະອານາຈັກກໍາປູເຈຍ ຄົບຮອບ 65 ປີ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ  ຕ້ອນຮັບກະສັດແຫ່ງລາຊະອານາຈັກ ກໍາປູເຈຍ Norodom Sihamoni ເມື່ອ ເດືອນກໍລະກົດ 2017

(ພາບປະກອບ: vov.vn)

ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກໍໄດ້ສົ່ງຈົດໝາຍໄປຍັງທ່ານນາຍົກລັດຖະມົນຕີກໍາປູເຈຍ Samdech Techo Hun Sen; ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍໄດ້ ຝາກຈົດໝາຍອວຍພອນໄປຍັງທ່ານປະທານສະພາສູງ ກໍາປູເຈຍ Samdech Say Chhum  ແລະ ທ່ານປະທານສະພາແຫ່ງຊາດກໍາປູເຈຍ Samdech Heng Samrin ແລະ ທ່ານຟ້າມບິນມິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ກໍໄດ້ຝາກຈົດໝາຍອວຍພອນເຖິງທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກໍາປູເຈຍ ເຊັ່ນດຽວກັນ.

ສະເຫຼີມສະຫຼອງວັນຊາດລາຊະອານາຈັກກໍາປູເຈຍ ຄົບຮອບ 65 ປີ - ảnh 2ທ່ານ ຫວູມ໋າວ ປະທານສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ກ່າວຄໍາເຫັນທີ່ພິທີ (ພາບ: baomoi.com)

ເນື່ອງໃນໂອກາດນີ້, ວັນທີ 9 ພະຈິກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງລາຊະອານາຈັກກໍາປູເຈຍ ຄົບຮອບ 65 ປີ.  

ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານ ຫວູມ໋າວ ປະທານສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ໄດ້ຊົມເຊີຍບັນດາຜົນງານ ເຊິ່ງປະຊາຊົນກໍາປູເຈຍບັນລຸໄດ້ໃນຕະຫຼອດ 65 ປີ ຜ່ານມາ, ອວຍພອນມາຍັງປະຊາຊົນກໍາປູເຈຍ ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນຊຸມປີຕໍ່ໄປ. ທ່ານ ຫວູມ໋າວ ເນັ້ນໜັກວ່າ ຜ່ານບັນດາການຜັນແປໃນປະຫວັດສາດ, ການພົວພັນລະຫວ່າງຫວຽດນາມ - ກໍາປູເຈຍ ໄດ້ສ້າງຕັ້ງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ສອງປະເທດໄດ້ຄຽງບ່າຄຽງໄຫຼ່ໂຄ່ນລົ້ມລະບອບດັບສູນເຊື້ອຊາດ ແລະ ຊ່ວຍເຫຼືອເຊິ່ງກັນແລະກັນໃນກິດຈະການແຫ່ງການຟື້ນຟູ, ກໍ່ສ້າງປະເທດກໍາປູເຈຍຄືນໃໝ່. ປະຊາຊົນສອງປະເທດ ຍາມໃດກໍສະຫງວນໃຫ້ກັນການສະໜັບສະໜູນອັນໃຫຍ່ຫຼວງ ແລະ ນີ້ແມ່ນຊັບສົມບັດອັນລໍ້າຄ່າຂອງສອງຊາດ ເຊິ່ງບັນດາລຸ້ນໜຸ່ມປັດຈຸບັນ ແລະ ອະນາຄົດຕ້ອງຮັກສາ ແລະ ເພີ່ມພູນຄູນສ້າງ.

        ໃນບົດສູນທອນພົດຂອງຕົນ, ທ່ານ Prak Nguon Hong ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ລາຊະອານາຈັກກໍາປູເຈຍ ປະຈໍາຫວຽດນາມ ເນັ້ນໜັກວ່າ:

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ທີ່ໄດ້ພ້ອມກັບພວກເພື່ອນສະເຫຼີມສະຫຼອງວັນຊາດແຫ່ງລາຊະອານາຈັກ ກໍາປູເຈຍ ຄົບຮອບ 65 ປີ ຢູ່ຮ່າໂນ້ຍ. ປັດຈຸບັນ, ການພົວພັນລະຫວ່າງສອງປະເທດພວມພັດທະນາຢ່າງດີງາມ, ໂດຍໄດ້ຮັບການປັບປຸງ, ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ຢ່າງບໍ່ຢຸດຢັ້ງ. ລັດຖະບານກໍາປູເຈຍ ຍາມໃດກໍເອົາໃຈໃສ່ເຖິງການພົວພັນທີ່ເປັນມູນເຊື້ອ ແລະ ນໍ້າໃຈອ້າຍນ້ອງ ກັບຫວຽດນາມ. ປີ 2017 ໄດ້ເຫັນປະຈັກຕາບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ກໍາປູເຈຍ, ນີ້ແມ່ນພະຍານຫຼັກຖານໃຫ້ແກ່ນໍ້າໃຈສາມັກຄີລະຫວ່າງສອງຊາດພວກເຮົາ”.

        ເນື່ອງໃນໂອກາດນີ້, ທ່ານ Prak Nguon Hong ຢັ້ງຢືນວ່າ ປະຊາຊົນ ຍາມໃດກໍຈົດຈໍາ ແລະ ຮູ້ບຸນຄຸນ ຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອ ເຊິ່ງການນໍາ ແລະ ປະຊາຊົນຫວຽດນາມສະຫງວນໃຫ້ ກໍາປູເຈຍ ໃນຕະຫຼອດໄລຍະຜ່ານມາ ກໍຄືໃນປັດຈຸບັນ, ໂດຍສະເພາະແມ່ນໃນພາລະກິດປົດປ່ອຍປະເທດກໍາປູເຈຍ ໃຫ້ຫຼຸດພົ້ນອອກຈາກລະບອບດັບສູນເຊື້ອຊາດ ເມື່ອປີ 1979.

ນັກຂ່າວ ແອັງຮວ່ຽນ

ຕອບກັບ

ຂ່າວ/ບົດ​ອື່ນ