ສະເຫຼີມສະຫຼອງວັນທົ່ວປະເທດທຳການຕໍ່ຕ້ານ,ສ້າງຕັ້ງກອງທັບປະຊາຊົນຫວຽດນາມ

ສະເຫຼີມສະຫຼອງວັນທົ່ວປະເທດທຳການຕໍ່ຕ້ານ,ສ້າງຕັ້ງກອງທັບປະຊາຊົນຫວຽດນາມ - ảnh 1
ພິທີຖືກັດຂຶ້ນຢູ່ ວິຫານ ​ເບ໋ນ​ເຢືອກ
(ພາບ: Thế Anh/TTXVN)


(vovworld) – ຕອນ​ເຊົ້າ​ວັນ​ທີ 20/12, ຢູ່​ວິຫານ ​ເບ໋ນ​ເຢືອກ, ​ເມືອງ ກູ​ຈີ, ນະ​ຄອນ ​ໂຮ່ຈີ​ມິນ, ຄະນະ​ພັກ​ນະຄອນ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ ​ເປັນ​ກຽດ​ຈັດ​ຕັ້ງພິທີ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ​ທົ່ວ​ປວງ​ຊົນທຳ​ການ​ຕໍ່ຕ້ານ (19/12), 53 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແນວ​ໂຮມ​ປົດ​ປ່ອຍ​ພາກ​ໃຕ້ ຫວຽດນາມ (20/12), 69 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ກອງ​ທັບ​ປະຊາຊົນ ຫວຽດນາມ ​ແລະ 24 ປີ​​ແຫ່ງ​ວັນ​ບຸນ​ທົ່ວ​ປວງ​ຊົນ​ປ້ອງ​ກັນ​ປະ​ເທດ (22/12). ທີ່​ພິທີ, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ທົບ​ທວນຄືນ​ປະຫວັດສາດ​ທີ່​ສະຫງ່າອົງອາດ​​ຂອງ​ບັນດາ​ວັນ​ສະ​ເຫຼີ​ມສະຫຼອງ​ສຳຄັນ​ຂອງ​ປະ​ເທດ​ຊາດ, ​ມີ​ຄວາມເອກອ້າງ​ທະ​ນົງ​ໃຈ​ຕໍ່​ມູນ​ເຊື້ອ​ສະຫງ່າ​ລາສີ​ໃນ​ການ​ຕໍ່ສູ້​ຍາດ​​ເອົາ​ເອກະ​ລາດ, ​ເອກະພາບ​​ຂອງ​ປະ​ເທດ​ຊາດ.

​ກ່າວ​ປາ​ໄສ​ທີ່​ພິທີ, ທ່ານ ຟ້າ​ມວັນ​ຫາຍ, ຮອງ​ປະທານ​ຜູ້​ປະຈຳ​ການ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ ​ເນັ້ນ​ໜັກ​ວ່າ:

    “ສືບ​ຕໍ່​​​ເສີມ​ຂະຫຍາຍ ​ແລະ ປະຕິບັດ​ບັນດາ​ຂະ​ບວນການ​ເຄື່ອນ​ໄຫວ​ປະຕິວັດ​ເປັນ​ຢ່າງ​ດີ, ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ. ມານະ​ພະຍາຍາມ​ສ້າງສາ ​ແລະ ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ, ​ເພີ່​ມທະວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ສັງຄົມ,  ​ເສີມຂະຫຍາຍ​ທຸກໆ​ແຫຼ່ງກຳລັງ​ເພື່ອ​ກໍ່ສ້າງ​ນະຄອນ, ຮັກສາ​ຄວາມ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ​ເພີ່ມ​ທະວີທ່າ​ສະໜາມທົ່ວ​ປວງ​ຊົນ​ປ້ອງ​ກັນ​ປະ​ເທດ. ຍົກ​ສູງ​ສະຕິ​ຕືນຕົວ​ປະຕິວັດ, ​ເດັດ​ດຽວ​ທັບ​ມ້າງ​ກົນອຸບາຍ​ເຄື່ອນ​ໄຫວ​ຜັນ​ແປ​ສັນຕິພາບ, ສ້າງ​ນະຄອນ ​ໂຮ່ຈີ​ມິນ ສົມ​ເປັນ​ນະຄອນ​ໃສ່​ຊື່​ລຸງ ​ໂຮ່ ຜູ້​​ຍິ່ງ​ໃຫຍ່, ນະຄອນ​ແຫ່ງ​ວິລະຊົນ.”

ຂ່າວ/ບົດ​ອື່ນ