ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫລວງແລະກອງປະຊຸມໃຫຍ່ສະມາຄົມຊາວຮ່າໂນ້ຍປະຈຳເຢຍລະມັນ

ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫລວງແລະກອງປະຊຸມໃຫຍ່ສະມາຄົມຊາວຮ່າໂນ້ຍປະຈຳເຢຍລະມັນ - ảnh 1

ສະ​ເຫຼີ​ມສະຫຼອງ​ວັນ​ປົດ​ປ່ອຍ​ນະຄອນຫລວງ​ແລະ​ກອງ​
ປະຊຸມ​ໃຫຍ່​ສະມາຄົມ​ຊາວ​ຮ່າ​ໂນ້ຍປະຈຳ​ເຢຍລະ​ມັນ

(vovworld) - ​ ​ ສະມາຄົມ​ຊາວ ຮ່າ​ໂນ້ຍ ປະຈຳ ​ເຢຍລະ​ມັນ ຫາ​ກໍ​ຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ປົດ​ປ່ອຍ​ນະຄອນຫລວງ ​ແລະ ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 4 ອາຍຸ​ການ 2016 – 2018 ຂອງ​ສະມາຄົມ​ຊາວ ຮ່າ​ໂນ້ຍ ປະຈຳ ​ເຢຍລະ​ມັນ. ​ໃນ​ຊຸມ​ປີຜ່ານມາ, ສະມາຄົມ​ຊາວ ຮ່າ​ໂນ້ຍ ປະຈຳ ​ເຢຍລະ​ມັນ ​ໄດ້​ຮັບຕີ​ລາຄາວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ສະມາຄົມທີ່​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ​​ໃນ​ປະຊາ​ຄົມ. ກ່າວ​ຄຳ​ເຫັນ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ດ່ວານ​ຊວນ​ຮຶງ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ສ.ສະຫະພັນ ​ເຢຍລະ​ມັນ ຖື​ວ່າ​: ບັນດາ​ການ​ເຄື່ອນ​ໄຫວ​ນີ້ ​ທັງຊ່ວຍ​ເຫຼືອ​ແບ່ງປັນ​ກັບຜູ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ທັງ​ຊ່ວຍ​ພໍ່​ແມ່​ປະຊາຊົນ​ມຸ່ງ​ຫວັງ​ຫາ​ບ້ານ​ເກີດ​ເມືອງ​ນອນ, ທັງສະໜິດ​ຕິດພັນ​ພໍ່​ແມ່​ປະຊາຊົນ​ຊາວ ຮ່າ​ໂນ້ຍ ຢູ່ ​ເຢຍລະ​ມັນ ​ໃຫ້​ມີ​ຄວາມສາມັກຄີກ່ວາ​ອີກ ​ແລະ ​ເຊື່ອ​ມ​ໂຍງ​ດີ​ກ່ວາ​ ​ຢູ່ ​ເຢຍລະ​ມັນ. ທ່ານ​ເອກ​ອັກຄະ​ລັດຖະທູດ ສະ​ແດ​ງຄວາມ​ປາດ​ຖະນາ​ວ່າ ສະມາຄົມ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຈຸດ​ດີ, ສາມັກຄີ​ກ່ວາ​ອີກ ​ເພື່ອ​ສ້າງ​ສະມາຄົມ​ຊາວ ຮ່າ​ໂນ້ຍ ​ໃຫ້ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ສະມາຄົມ​ ​ເຂັ້ມ​ແຂງ​ທີ່​ສຸດ​ຂອງ​ຊາວ ຫວຽດນາມ ຢູ່ ສ.ສະຫະພັນ ​ເຢຍລະ​ມັນ.

ຂ່າວ/ບົດ​ອື່ນ