ສະເຫຼີມສະຫຼອງວັນມູນເຊື້ອຫໍພິພິຕະພັນກຳລັງປະກອບອາວຸດເຂດຕາເວັນອອກພາກໃຕ້

ສະເຫຼີມສະຫຼອງວັນມູນເຊື້ອຫໍພິພິຕະພັນກຳລັງປະກອບອາວຸດເຂດຕາເວັນອອກພາກໃຕ້ - ảnh 1
ຫໍພິພິຕະພັນ​ກຳລັງ​ປະກອບ​ອາວຸດເຂດ​ຕາ​ເວັນ​ອອກ​ພາກ​ໃຕ້

(vovworld) – ຕອນ​ບ່າຍ​ວັນ​ທີ 29/1, ຢູ່​ນະຄອນ ​ໂຮ່ຈີ​ມິ​ນ ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຫໍພິພິຕະພັນ​ກຳລັງ​ປະກອບ​ອາວຸດເຂດ​ຕາ​ເວັນ​ອອກ​ພາກ​ໃຕ້ (5/2/1988 – 5/2/2013) ​ແລະ ປະກາດມໍລະດົກແຫ່ງ​ຊາດ “​ປື້​ມບັນທຶກປະຈຳການ​ບັ້ນ​ຮົບ​ໂຮ່ຈີ​ມິ​ນ”. ຫໍພິພິຕະພັນ​ກຳລັງ​ປະກອບ​ອາວຸດ​ເຂດຕາ​ເວັນ​ອອກ​ພາກ​ໃຕ້ ກ່ອນ​ນີ້​ແມ່ນ​ຄະນະ​ຫໍພິພິຕະພັນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ແຕ່​ວັນ​ທີ 5/2/1988. ຫໍພິພິຕະພັນ​ໄດ້​ວາງສະ​ແດງກ່ຽວ​ກັບ 12 ຫ​ົວ​ເລື່ອງສະ​ເພາະ ກ່ຽວ​ກັບ​ກຳລັງ​ປະກອບ​ອາວຸດ​ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ເຂດ​ຕະ​ເວັນ​ອອກ​ພາກ​ໃຕ້ ​ໃນ ບັ້ນ​ຮົບ​ຕ້ານ ຝຣັ່ງ ​ແລະ ອາ​ເມ​ລິ​ກາ ພ້ອມ​ກັບ​ການ​ຮຽບຮຽງ 16.000 ວັດຖຸ​ພັນ. ທ່ານ​ພັນ​ເອກ ຫງວຽນ​ຢູຍຖ້ຽວ, ຜູ້ອຳນວຍການ​ຫໍພິພິຕະພັນ​ກຳລັງ​ປະກອບ​ອາວຸດ​ເຂດ​ຕາ​ເວັນ​ອອກ​ພາກ​ໃຕ້ ​ໃຫ້​ຮູ້​ວ່າ:

“ຫໍພິພິທະ​ພັນ​ບໍ່​ພຽງ​ແຕ່ມີ​ບັນດາ​ຮູບ​ພາບ ກ່ຽວ​ກັບ​ວິລະ​ກຳ​ທີ່​ສະຫງ່າ​ລາສີຂອງ​ລຸ້ນພໍ່​ລຸ້ນອ້າຍ​ຂອງ​ພວກ​ເຮົາເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ສິລະ​ປະຍຸດ​ຫວຽດນາມ​ອີກ​ດ້ວຍ​ເຊິ່ງ​​ແມ່ນ​ສິລະ​ປະ​ຍຸດ​ຊີ້ນຳ, ນຳພາ​ສົງຄາມ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ​ເມື່ອ​ທຽບ​ໃສ່​ສະພາບ​ການ​ໃໝ່​ພວກ​ເຮົາ​ຕ້ອງ​ພະຍາຍາມ​ໃນ​ການ​ຕ້ອນຮັບ​ແຂກ​ທ່​ອງທ່ຽວ​, ​ໃນ​ການ​​ແນະນຳ​ຫໍພິພິຕະພັນ​ເຖິງ​ມະຫາຊົນ​ກ່ວາ​ອີກ, ຮັບ​ໃຊ້ທະຫານ ​ແລະ ປະຊາຊົນ, ​ແລະ ​ປັບປຸງ, ຍົກ​ລະດັບ​ຫໍພິພິຕະພັນ​ໃຫ້​​ແທດເໝາະ​ກັບ​​ວິລະ​ກຳ​ຂ​ອງກຳລັງ​ປະກອບ​ອາວຸດ​ເຂດ​ທະຫານ”

 

ຂ່າວ/ບົດ​ອື່ນ