ສະເຫຼີມສະຫຼອງວັນສະບຽງອາຫານໂລກ16/10

ສະເຫຼີມສະຫຼອງວັນສະບຽງອາຫານໂລກ16/10 - ảnh 1
ຂະແໜງກະສິກຳມຸ່ງໄປເຖິງວິວັດການຜະລິດຂຽວ, ສະອາດ, ໝັ້ນຄົງ
(ພາບປະກອບ)

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 68 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ອົງການອາຫານ ແລະ ການກະເສດ ສະຫະປະຊາຊາດ (FAO – 16/10/1945 – 16/10/2013), ວັນ​ອາຫານ​ໂລກ​ປີ​ນີ້​ມີ​ຫົວ​ຂໍ້​ວ່າ: “ອາຫານ​ຍືນ​ຍົງ​ຊ່ວຍ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ທາດ​ບຳລຸງ”.

    ປະຈຸ​ບັນ, ​ຢູ່​ໃນ​ໂລກ​ມີ​ປະມານ 870 ລ້ານ​ຄົນ​ຂາດ​ທາດ​ບຳລຸງ​​ໃນ​​ໄລຍະຍາວ ​ແລະ ປະຊາ​ຄົມ​ໂລກ​ພວມ​ມານະ​ພະຍາຍາມ​ຢ່າງ​ສຸດ​ຈິດ​ສຸດ​ໃຈ​ເພື່ອ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມ​ທຸກ​ຍາກ.

    ​ເພື່ອ​ຕອບ​ສະໜອງ​ວັນ​ສະບຽງ​ອາຫານ​ໂລກ ປີ​ນີ້, ຢູ່ ຫວຽດນາມ, ​ອົງການ FAO ຫວຽດນາມ ສົມທົບ​ກັບ​ກະຊວງ​ກະສິກຳ ​ແລະ​ ພັດທະນາ​ຊົນນະບົດ ຫວຽດນາມ ຈັດ​ຕັ້ງ​ການສະ​ເຫຼີ​ມສະຫຼອງ ຢູ່​ຕາ​ແສງ ​ເຕີນ​ແທງ, ​ເມືອງ ກຽນ​​ເຊືອງ, ​ແຂວງ ທ໋າຍບິ່ນ. ການຈັດຕັ້ງພິທີ​ສະ​ເຫຼີ​ມສະຫຼອງຢູ່​ຕະ​ແສງ​ທີ່​ບັນລຸ​ມາດຖານ​ຊົນນະບົດ​ໃໝ່​ຢູ່ ຫວຽດນາມ ​​ເພື່ອ​ແນ​ໃສ່​ຍົກ​ອອກ​ສານ​ທີ່​ວ່າ “ລົບ​ລ້າງຄວາມ​ອຶດຫິວ, ຫລຸດ​ຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ຊົນນະບົດ​​ໃໝ່ ​ເຖິງວ່າ​ແມ່ນ​ບັນຫາ​ຍາກ​ກໍ່ຕາມ, ​ແຕ່​ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ມານະ​ພະຍາຍາມ​ສູງ​ສຸດ, ພວກ​ເຮົາ​ອາດ​ຈະ​ປະຕິບັດ​ສຳ​ເລັດ​​ໄດ້.”

ຂ່າວ/ບົດ​ອື່ນ