ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ອາ​ຊຽນ ຄົບ​ຮອບ 54 ປີ​ຢູ່ ອັກ​ຊັງ​ຕິ​ນ

(VOVWORLD) -ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດອັກຊັງຕິນ Argentina Pablo Tettamanti ຢືນຢັນຄຳໝັ້ນສັນຍາຂອງລັດຖະບານອັກຊັງຕິນ ທີ່ຈະສືບຕໍ່ເພີ່ມທະວີການພົວພັນກັບອາຊຽນ ໃນບັນດາຂົງເຂດການຄ້າ, ການຮ່ວມມືດ້ານເຕັກນິກກະສິກຳ....
ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ອາ​ຊຽນ ຄົບ​ຮອບ 54 ປີ​ຢູ່ ອັກ​ຊັງ​ຕິ​ນ - ảnh 1

 ທ່ານເອກອັກຄະລັດຖະທູດຟີລິບປິນ Linglingay Lancanlale (ພາບ: Hoài Nam/TTXVN)

  ວັນທີ 2 ກັນຍາ, ຢູ່ສຳນັກງານກະຊວງການຕ່າງປະເທດອັກຊັງຕິນ, ສະຖານທູດບັນດາປະເທດອາຊຽນ ທີ່ມີອົງການຜູ້ຕາງໜ້າການທູດປະຈຳອັກຊັງຕິນ ລວມມີ: ຫວຽດນາມ, ໄທ, ອິນໂດເນເຊຍ, ຟີລິບປິນ ແລະ ມາເລເຊຍ ສົມທົບກັບກະຊວງການຕ່າງປະເທດອັກຊັງຕິນ ຈັດພິທີ ສະເຫຼີມສະຫຼອງວັນສ້າງຕັ້ງ ອາຊຽນ ຄົບຮອບ 54 ປີ.

   ທີ່ພິທີ, ທ່ານເອກອັກຄະລັດຖະທູດຟີລິບປິນ Linglingay Lancanlale, ປະທ່ານໝູນວຽນຂອງຄະນະກຳມະການອາຊຽນ ປະຈຳອັກຊັງຕິນ (ACBA),  ໄດ້ຢືນຢັນວ່າ ເຖິງວ່າໃນສະພາບໂລກລະບາດການປະຈຸບັນ, ອາຊຽນ ຍັງສືບຕໍ່ປະຕິບັດບັນດາແຜນການເສດຖະກິດຂອງຕົນສຳເລັດ, ໃນນັ້ນ, ໜ້າສົນໃຈແມ່ນເລື່ອງສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານທົ່ວພາກພື້ນ (RCEP)ລະຫວ່າງອາຊຽນ   ແລະ 5 ປະເທດຄູ່ຮ່ວມມື ຊື່ງໄດ້ລົງນາມເມື່ອເດືອນພະຈິກປີ 2020 ຜ່ານມາ ແລະ ກາຍເປັນກຸ່ມການຄ້າໃຫ່ຍກ່ວາໝູ່ໃນໂລກ.

  ກ່ຽວກັບການພົວພັນລະຫວ່າງອາຊຽນ-ອັກຊັງຕິນ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດອັກຊັງຕິນ Argentina Pablo Tettamanti ຢືນຢັນຄຳໝັ້ນສັນຍາຂອງລັດຖະບານອັກຊັງຕິນ ທີ່ຈະສືບຕໍ່ເພີ່ມທະວີການພົວພັນກັບອາຊຽນ ໃນບັນດາຂົງເຂດການຄ້າ, ການຮ່ວມມືດ້ານເຕັກນິກກະສິກຳ, ວິທະຍາສາດ ແລະ ເຕັກໂນໂລຊີສູງ, ພະລັງງານປະລະມານູ….

ຕອບກັບ

ຂ່າວ/ບົດ​ອື່ນ