ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ສະຫະພັນ ລັດເຊຍ, ຝຣັ່ງ, ກຳປູເຈຍ

(VOVWORLD) -ຕອນຄ່ຳວັນທີ 16 ທັນວາ, ສະຖານທູດ ຫວຽດນາມ ແລະ ຫ້ອງການທູດການທະຫານ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ, ສ.ຝຣັ່ງ ແລະ ລາຊະອານາຈັກ ກຳປູເຈຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ (1944 - 2019), 30 ປີແຫ່ງວັນທົ່ວປວງຊົນປ້ອງກັນຊາດ (1989 - 2019) ແລະ ປະກາດປຶ້ມປົກຂາວການປ້ອງກັນຊາດ ຫວຽດນາມ.
ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ສະຫະພັນ ລັດເຊຍ, ຝຣັ່ງ, ກຳປູເຈຍ - ảnh 1 ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຢູ່ສະຫະພັນ ລັດເຊຍ (ພາບ: TTXVN)

        ທີ່ພິທີສະເຫຼີມສະຫຼອງຢູ່ ມົດສະກູ, ທ່ານ ໂງດຶກແມ້ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລັດເຊຍ ແລະ ທ່ານພົນເອກ ເຈິ່ນຕ໊ຽນຟອງ ທູດທະຫານ ຫວຽດນາມ ປະຈຳ ລັດເຊຍ ໄດ້ຢືນຢັນວ່າ: ລັດເຊຍ ເປັນຄູ່ຮ່ວມມືບຸລິມະສິດແຖວໜ້າຂອງ ຫວຽດນາມ ໃນການຮ່ວມມືດ້ານປ້ອງກັນຊາດ, ໃນນັ້ນ, ການຮ່ວມມືເຕັກນິກ - ການທະຫານແມ່ນເສົາຄ້ຳ.

        ແລະກໍ່ໃນວັນດຽວກັນ, ຢູ່ ຝຣັ່ງ, ກຳປູເຈຍ, ທູດທະຫານ ຫວຽດນາມ ກໍ່ໄດ້ປະກາດປຶ້ມປົກຂາວການປ້ອງກັນຊາດ ຫວຽດນາມ ແລະ ເນັ້ນໜັກວ່າ: ປຶ້ມປົກຂາວສະແດງໃຫ້ເຫັນທັດສະນະ, ຕີລາຄາ, ຄາດຄະເນກ່ຽວກັບສະພາບການໂລກ, ພາກພື້ນ ແລະ ພາຍໃນປະເທດທີ່ກ່ຽວຂ້ອງເຖິງບັນດາສິ່ງທ້າທາຍໃນວຽກງານປ້ອງກັນຊາດຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ