ສະເຫຼີມສະຫຼອງວັນສ້າງຕັ້ງການ ພົວພັນທາງການທູດລະຫວ່າງ ຫວຽດນາມ-ອິນເດຍ

ສະເຫຼີມສະຫຼອງວັນສ້າງຕັ້ງການ ພົວພັນທາງການທູດລະຫວ່າງ ຫວຽດນາມ-ອິນເດຍ - ảnh 1

ກຳ​ປັ່ນ​ກອງທັບ​ເຮືອ​ອິນ​ເດຍ Sudarshini

(ພາບ:ອິນ​ເຕີ​ແນັດ)

(vovworld) - ​ໃນ​ຊຸມ​ມື້​ນີ້, ຢູ່​ນະຄອນ​ດ່າ​ນັງ, ​ໄດ້​ຈັດ​ບັນດາ​ການ​ເຄື່ອນ​​ໄຫວພົບ​ປະ​ແລກປ່ຽນ​ວັດທະນະທຳ, ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ​ແລະ ອິນ​ເດຍ ​ເນື່ອງ​​ໃນ​ໂອກາດສະ​ເຫຼີ​ມສະຫຼອງ​ 40 ປີ​ແຫ່ງວັນ​ສ້າງຕັ້ງການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ-​ອິນ​ເດຍ, 5 ປີ​ແຫ່ງ​ວັນ​ສ້າງຕັ້ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງຫວຽດນາມ-​ອິນ​ເດຍ, 20 ປີ​ແຫ່ງ​ວັນ​ສ້າງຕັ້ງການ​ພົວພັນລະຫວ່າງ​ອິນ​ເດຍ​-ອາ​ຊຽນ. ​ໃນ​ວັນ​ທຳ​ອິດ​ຂອງ​ປີ​ໃໝ່ 2013, ກຳ​ປັ່ນ​ກອງທັບ​ເຮືອ​ອິນ​ເດຍ Sudarshini ​ໄດ້​ເຂົ້າທຽບ​ທ່າ​ກຳ​ປັ່ນ​ຕຽນ​ຊາ ​ເລີ່ມ​ຕົ້ນການ​ຢ້ຽມຢາມ​ນະຄອນ​ດ່າ​ນັງ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ນາຍ​ທະຫານ, ລູກ​ເຮືອກຳ​ປັ່ນ​ກອງທັບ​ເຮືອ​ອິນ​ເດຍ ​ໄດ້ເຂົ້າຮ່ວມ​ງານ​ພົບ​ປະ​ແລກປ່ຽນ​ວັດທະນະທຳ, ກິລາ​ກັບ​ກອງ​ບັນຊາ​ການ​ເຂດ C ກອງທັບ​ເຮືອ, ​ທ່ຽວ​ຊົມ​ຄຸ້ມ​ຖະໜົນ​ເກົ່າ​ໂຮ້ຍອານ, ​ເທື່ອ​ທຽນ​ເຫ້ວ. ຕອນ​ຄ່ຳ​ຂອງ​ວັນ​ທີ 2/1, ກອງ​ສິລະ​ປະກອນ Shwaas Rock Bank ​ໄດ້​ສະ​ແດງ​ສິລະ​ປະ ​ແລະ ພົບ​ປະ​ແລກປ່ຽນ​ກັບ​ນັກ​ສຶກສາ​ມະ​ຫາ​ວິທະຍາ​ໄລ​ດ່າ​ນັງ. ທ່ານ​ເລືອ​ງມິນ​ເຊີມ  ຫົວໜ້າ​ພະ​ແນ​ກພົວພັນ​ກັບ​ຕ່າງປະ​ເທດ​ນະຄອນ​ດ່າ​ນັງ ​ໃຫ້​ຮູ້​ວ່າ:

   “ບັນ​ດາ​ການ​ເຄື່ອນ​ໄຫວ​ນີ້​ມີ​ຄວາມໝາຍ​ທີ່​ສຸດ​ສຳລັບ​ພວກ​ຂ້າພະ​ເຈົ້າ. ​ເປັນຄັ້ງທຳ​ອິດ​ທີ່​ຝ່າຍ​ອິນ​ເດຍ ​ໄດ້​ຈັດການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ຫຼາຍ​ຂົງ​ເຂດ. ຜ່ານ​ນັ້ນ, ບັນດາ​ນັກ​ລົງທຶນ​ດ່າ​ນັງ ກໍ່​ຄື​ເຂດ​ພາກ​ກາງ​ຫວຽດນາມ ຈະ​ຮູ້ຈັກ​ກັບ​ອິນ​ເດຍ ​ແລະ ມີ​ແຜນການ​ຮ່ວມ​ມື ​ແລະ ຂຸດ​ຄົ້ນຕະຫຼາດ​ນີ້. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກທຸລະກິດ​ອິນ​ເດຍ ຮູ້​ຮັກ​ເຖິງ​ນະຄອນ​ດ່າ​ນັງ ​ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ ​ແລະ ການທ່ອງທ່ຽວ

 

ຂ່າວ/ບົດ​ອື່ນ