ສະເຫຼີມສະຫຼອງວັນເອີລົບຢູ່ຫວຽດນາມ

ສະເຫຼີມສະຫຼອງວັນເອີລົບຢູ່ຫວຽດນາມ - ảnh 1
ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ເອີ​ລົບ ຢູ່​ຫວຽດ​ນາມ
(ພາບ: VGP/DinhNam)

(vovworld)-​ ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ເອີ​ລົບ ຢູ່​ຫວຽດ​ນາມ ໂດຍຄະ​ນະ​ຜູ້​ແທ​ນ​ ສະ​ຫະ​ພາບ​ເອີ​ລົບ (EU) ປະ​ຈຳ ​ຫວຽດ​ນາມ ຈັດ​ຂື້ນ​ໃນ​ຕອນ​ຄ່ຳ​ວານນີ້, ຢູ່ ຮ່າ​ໂນ້ຍ, ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງ​ ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ດຶກດາມ, ການ​ນຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ພ້ອມ​ດ້ວຍ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ອຸ​ປະ​ທູດ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ຢູ່ ຮ່າ​ໂນ້ຍ. ກ່າວ​ຄວາມ​ເຫັນ​ ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ Bruno Angelet ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າຄະ​ນະ​ຜູ້​ແທ​ນ​ ​​ EU ປະ​ຈຳ ​ຫວຽດ​ນາມ ເນັ້ນ​ໜັກ​ວ່າ ໃນ​ຊຸມ​ປີ​ມໍ່ໆ​ມານີ້, ການ​ພົວ​ພັນ ​​ EU-ຫວຽດ​ນາມ ມີ​ບາດ​ກ້າວ​​ພັດ​ທະ​ນາ​​ຢ່າງ​ເລິກເຊິ່ງ ກ້​ວາງ​ຂວາງ​ໃນ​ທຸກ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ເມືອງ ແລະ ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ. ການ​ສະ​ນັບ​ສະ​ໜູນ, ໜູນ​ຊ່ວຍ ຂອງ​ບັນ​ດາ​ປະ​ເທດ​ສະ​ມາຊິກ ແລະ ບັນ​ດາ​ອົງ​ການ​ຂື້ນ​ກັບ ​​ EU ​ໃນຫຼາຍ​ຂົງ​ເຂດ, ຢູ່​​ແຂວງ, ນະ​ຄອນ​ເກືອບ​ທັງ​ໝົດ ຢູ່​ຫວຽດ​ນາມ ນັບ​ແຕ່​ການບໍ​ລິ​ຫານ​ລັດ ເຖິງ​ດ້ານສາ​ທາ​ລະ​ນະ​ສຸກ ແລະ ການ​ສຶກ​ສາ, ຍຸດ​ຕິ​ທຳ, ກະ​ສິ​ກຳ, ພື້ນ​ຖານ​ໂຄງ​ຮ່າງ. ​​ ປັດ​ຈຸ​ບັດ​ EU ເປັນ​ຄູ່​ຮ່ວມ​ມື​​ດ້ານການ​ຄ້າ, ການ​ລົງ​ທຶນ​ແຖວ​ໜ້າ ທັງເປັນຜູ້​ສະ​ໜອງ​ທຶນ​ຊ່ວຍ​ເຫຼືອ​ລ້າ ​ທີ່ໃຫຍ່​ສຸດ​ ຂອງ​ຫວ​ຽດ​ນາມ. ສຳ​ລັບ​ເລື່ອງ​ຮັກ​ສາ, ​ການພົບ​ປະ, ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ເປີ​ດ ກ້​ວາງ​ບັນ​ດາ​ຂົງ​ເຂດ​ການ​ຮ່ວມ​ມື, ການ​ພົວ​ພັນ​ ຫວຽດ​ນາມ​ ກັບ​​ EU ເວົ້າ​ລວມ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ ເວົ້າ​ສະ​ເພາະ ກໍ່​ສືບ​ຕໍ່​ມີ​ບາດ​ກ້າວ​ຕັ້ງ​ໜ້າຫຼາຍ​ຢ່າງ, ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ.

 

ຂ່າວ/ບົດ​ອື່ນ