ສະ​ເຫຼີ​ມສະຫຼອງໄຊຊະນະ “ດ້ຽນບຽນ​ຝູ ທາງ​ອາກາດ“ ຢູ່​ລັດ​ເຊຍ

ສະ​ເຫຼີ​ມສະຫຼອງໄຊຊະນະ “ດ້ຽນບຽນ​ຝູ ທາງ​ອາກາດ“  ຢູ່​ລັດ​ເຊຍ - ảnh 1

ທ່ານ​ຟ້າ​ມຊວນ​ເຊີນ, ​ເອກ​ອັກຄະ​ລັດຖະທູດ

​ຫວຽດນາມ ປະຈຳ​ລັດ​ເຊຍ

(ພາບ:gvn.com.vn)

(VOV)-   ຕອນ​ບ່າຍ​ວັນ​ທີ 20/12, ຢູ່​ມົດ​ສະ​ກູ, ສະຖານທູດ​ຫວຽກ​ນາມ ສົມທົບ​ກັບ​ສະມາຄົມ​ຊາວ​ຫວຽດນາມ ຢູ່​ລັດ​ເຊຍ ​ໄດ້​ຈັດ​ພິທີສະ​ເຫຼີ​ມສະຫຼອງວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ຫວຽດນາມ ​ຄົບຮອບ 68 ປີ (22/12/1944-22/12/2012) ແລະ ໄຊຊະນະ “ດ້ຽນບຽນ​ຝູທາງ​ອາກາດ“ ຄົບຮອບ 40 ປີ ຢູ່​ລັດ​ເຊຍ ​ແລະ ວັນ​ບຸນທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ດຄົບຮອບ 23 ປີ. ນະ​ພິທີ, ທ່ານ​ຟ້າ​ມຊວນ​ເຊີນ, ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລັດ​ເຊຍ ​ເນັ້ນໜັກ​ວ່າ: ​ໃນ​ການ​ຕໍ່ຕ້ານ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ​ຂອງ​ຫວຽດນາມ, ​ປະ​ເທດໂຊ​ວຽດ​ເກົ່າ, ປະຈຸ​ບັນ​ແມ່ນ​ສະຫະພັນ​ລັດ​ເຊຍ ​ໄດ້​ສະຫງວນ​ໃຫ້​ແກ່​ປະຊາຊົນ​ຫວຽດນາມ ​ການຊ່ວຍ​ເຫຼືອ ​ແລະ ການສະໜັບສະ​ໜູນອັນ​ໃຫ່ຍຫຼວງ, ມີ​ປະສິດທິ​ຜົນ​ທັງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ, ​ໄດ້​ສົ່ງ​ບັນດາ​ຜູ້ດີ​ເດັ່ນ​ມາ​ຫວຽດນາມ​ສັ່ງສອນ​ອົບຮົມ​ໂດຍ​ກົງ ​ແລະ ຮຽງ​ບ່າ​ຮຽງ​ໄລ່​, ​ແບ່ງ​ປັນ​ຄວາມທຸກ​ຍາກກັບກອງທັບ​ປະຊາຊົນ​ຫວຽດນາມ, ປະກອບ​ສ່ວນສຳຄັນສ​້າງ​ເປັນ​ໄຊຊະນະ​ທີ່​ມີ​ຄວາມ​ໝາຍ​ຂອງ​ຊາດ ​ແລະ ຍຸກ​ສະ​ໄໝ​ຢ່າ​ງເລິກ​ເຊິ່ງ. ທ່ານ​ປາດ​ຖະໜາ​ວ່າ, ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ລັດ​ເຊຍ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ ​ແລະ ຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ​ໃນ​ການ​ປະຕິບັດ​ວຽກ​ງານ, ຮ່ຳຮຽນ ​ແລະ ດຳ​ເນີນ​ທຸລະ​ກິດ, ມຸ້ງ​ໄປ​ສູ່​ປະ​ເທດ​ຊາດ, ປະກອບ​ສ່ວ​ນ​ເພີ່ມ​ພູນ​ຄູນ​ສ້າງ ​ແລະ ພັດທະນານ້ຳໃຈ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອຍາວ​ນານ ​ແລະ ການ​ພົວພັນ​ຄູ່​ຮ່ວມມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-​ສະຫະພັນ​ລັດ​ເຊຍ.

 

 

 

 

ຂ່າວ/ບົດ​ອື່ນ