ສະເຫລີມສະຫລອງ 30 ປີແຫ່ງວັນຄູ ຫວຽດນາມ

(vovworld) - ຕອນ​ບ່າຍ​ວັນ​ທີ 14/11 ຢູ່ ຮ່າ​ໂນ້ຍ, ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະ​ຫລອງ 30 ປີ​ແຫ່ງ​ວັນ​ຄູ ​ແລະ ມອບ​ນາ​ມະ​ຍົດ​ຄູປະຊາຊົນ, ຄູ​​ດີ​ເດັ່ນ 2012. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ປະທານ​ປະ​ເທດ​ຫວຽດນາມ Nguyen Thi Doan ຊີ້​ແຈງ​ວ່າ ຕໍ່ຫນ້າ​ຄຳ​ຮຽກຮ້ອງ​ຕ້ອງການ​ໃຫມ່​ໃນ​ການ​ພັດທະນາ​ປະ​ເທດ​ຊາດ, ຫນ້າ​ທີ່​ຂອງ​ຂະ​ແຫນງ​ສຶກສາ ​ແລະ ບຳລຸງ​ສ້າງ​​ແມ່ນຫນັກຫນ່ວງ​ກວ່າ, ຮຽກຮ້ອງ​ໃຫ້​ຄູ​ອາຈານ​ຕ້ອງຝຶກ​ຝົນ​ຫລໍ່​ຫລອມ​ກ່ຽວ​ກັບ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຈັນຍາທຳ​ວິຊາ​ຊະ​ເພາະ​ເພື່ອ​ກາຍ​ເປັນ​ແບບຢ່າງ​​ໃຫ້​ແກ່​ນັກຮຽນ. ທ່ານ​ນາງຮອງ​ປະທານ​ປະ​ເທດ Nguyen Thi Doan ສະ​ເຫ​ນີວ່າ:

        “ຄູ​ອາຈານ, ພະນັກງານ​ບໍລິຫານການ​ສຶກສາ​ແຕ່ລະຄົນ ກ່ອນ​ອື່ນ​ໝົດ​ແມ່ນ​ບັນດາຄູ​ ​ປະຊາຊົນ, ຄູ​ດີ​​ເດັ່ນ​ຕ້ອງ​ເປັນ​ແບບຢ່າງ​ກ່ຽວ​ກັບ​ຄຸນສົມບັດ, ຈິດ​ໃຈ​ຮຳ່ຮຽນ​ດ້ວຍ​ຕົນ​ເອງ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ, ມີ​ລະດັບ​ຄວາມ​ຮູ້ ​ແລະ ກຳລັງ​ຄວາມ​ສາມາດ, ​ເມົາ​ມົວ​ກັບ​ອາຊີບ, ມີ​ຄວາມ​​ເອົາ​ໃຈ​ໃສ່ ຮັກ​ແພງ​ລຸ້ນ​ຫນຸ່ມ, ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ​ເພື່ອ​ປ່ຽນ​ໃຫມ່​ເນື້ອ​ໃນ ​ແລະ ວິທີ​ສິດສອນ, ພັດທະນາ​ຈິນຕະນາການ, ພູມ​ປັນຍາ​ໃຫ້​ແກ່​ນັກຮຽນ. ນີ້​ບໍ່​ພຽງ​ແຕ່​ແມ່ນ​ຄຳ​ຮຽກຮ້ອງ​ຕ້ອງການ​ເທົ່າ​ນັ້ນ​ຫາກຍັງ​ແມ່ນ​ມາດຕະຖານ​ໃນ​ການ​ແຂ່ງຂັນ​ສຳລັບ​ພະນັກງານ​ເຮັດ​ວຽກ​ງານ​ສຶກສາ​ໃນ​ໄລຍະ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​​ໄຫມອີກ​ດ້ວຍ.”

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ