ສະເຫລີມສະຫລອງ 45 ປີແຫ່ງການບຸກໂຈມຕີ ລຸກຮືຂຶ້ນຄັ້ງໃຫຍ່ລະດູບານໃຫມ່ປີ 1968

ສະເຫລີມສະຫລອງ 45 ປີແຫ່ງການບຸກໂຈມຕີ ລຸກຮືຂຶ້ນຄັ້ງໃຫຍ່ລະດູບານໃຫມ່ປີ 1968 - ảnh 1
ບັ້ນ​ບຸກ​ໂຈມ​ຕີ ​ແລະ ລຸກ​ຮື​ຂຶ້ນ​ຄັ້ງ​ໃຫຍ່​ລະດູບານ​ໃຫມ່​ປີ 1968
ພາບ:internet


(vovworld) - ກ່ອນ​ນີ້ 45 ປີ, ​ໂດຍ​ປະຕິບັດ​ຄວາມ​ຕັດສິນ​ໃຈ​ຍຸດ​ທະ​ສາດ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງທັບ ຢູ່​ທັງ​ສອງ​ພາກ​ໃຕ້, ​ເຫນືອ ​ແມ່ນ​ສ້າງ​ການ​ປ່ຽ​ນ​ແປງ​ອັນ​​ເປັນ​ພື້ນຖານ​ສະຖານະ​ພາບ​ສະຫນາມຮົບ, ຫັນ​ສົງຄາມປະຕິ​ວັດ​ມາ​ເປັນ​ໄລຍະ​ໃຫມ່, ກອງທັບ ​ແລະ ປະຊາຊົນ ຫວຽດນາມ ຢູ່ ພາກ​ໃຕ້ ​ໄດ້​ເປີດ​ບັ້ນ​ບຸກ​ໂຈມ​ຕີ ​ແລະ ລຸກ​ຮື​ຂຶ້ນ​ຄັ້ງ​ໃຫຍ່​ລະດູບານ​ໃຫມ່​ປີ 1968. ​ເນື່ອງ​ໃນ​ໂອກາດ​ນີ້, ຫນັງສືພິມ Quan doi nhan dan ສຽງ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ ສະບັບ​ອອກ​ວັນ​ທີ 30/1 ​ໄດ້​ລົງ​ພິມ​ຂ່າວ, ບົດ ​ແລະ ພາບ ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ ​ແລະ ລຸກ​ຮື​ຂຶ້ນ​ຄັ້ງ​ໃຫຍ່​ລະດູບານ​ໃຫມ່​ປີ 1968. ບົດ​ນຳ​​ໃນ​ຫນັງສືພິມ ​ໄດ້​ເນັ້ນ​ຫນັກ​ວ່າ: ການ​ບຸກ​ໂຈມ​ຕີ ​ແລະ ລຸກ​ຮື​ຂຶ້ນ​ຄັ້ງ​ໃຫຍ່​ລະດູບານ​ໃຫມ່ 1968 ​ເກີດ​ຂຶ້ນ ​ແລະ ຍາດ​​ໄດ້​ໄຊຊະນະ ​ແມ່ນ​ເຫດການ​ມີ​ຄວາມ​ໝາຍ ​ແລະ ຂອບ​ຂະຫນາດ​ໃຫຍ່ ​​ເປັນ​ຂີດ​ໝາຍ​ອັນ​ສະຫງ່າ​ລາສີ​ໃນ​ປະຫວັດສາດ​ຂອງ​ຊາດ. ​ໄຊຊະນະ​ຂອງ​ການ​ບຸກ​ໂຈມ​ຕີ ​ແລະ ລຸກ​ຮື​ຂຶ້ນ​ຄັ້ງ​ໃຫຍ່​ດັ່ງກ່າວ ນັບ​ມື້​ນັບ​​ໄດ້​ຮັບ​ການຢືນຢັນ, ກາຍ​ເປັນ​ສັນຍາ​ລັກ​ຂອງ​ເຈດ​ຈຳນົງ​ຕັດສິນ​ໃຈ​ຍາດ​​ເອົາໄຊຊະນະ, ຄວາມ​ອົງ​ອາດ​ກ້າຫານ ​ແລະ ກຳລັງ​ແຮງ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ຂອງ​ສົງຄາມ​ປະຊາຊົນ ຫວຽດນາມ.

ຂ່າວ/ບົດ​ອື່ນ