ສະເຫລີມສະຫລອງ 50 ປີ ແຫ່ງວັນມູນເຊື້ອ ຂະແຫນງປະຊາກອນ ການວາງແຜນຄອບຄົວ

ທີ່​ພິທີ​ສະ​ເຫລີ​ມສະຫລອງ 50 ປີ ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງ​ຂະ​ແຫນງ​ປະຊາກອນ ​ແລະ ການວາງ​ແຜນ​ຄອບຄົວ ຊຶ່ງ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 20/12 ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ຮັບ​ຮູ້​ບັນດາ​ຜົນງານ​ຂອງ​ວຽກ​ງານ​ປະຊາກອນ ການວາງ​ແຜນ​ຄອບຄົວ ​ໄດ້​ປະກອບສ່ວນ​ອັນ​ໃຫຍ່​ຫລວງ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ສັງຄົມ, ປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ສະຫັດສະ​ວັດ​ຢ່າງ​ມີ​ໄຊ, ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ, ​ເພີ່ມ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ, ຫລຸດຜ່ອນ​ສະພາບ​ທຸກ​ຍາກ​ອຶດ​ຫິວ, ປະກອບສ່ວນ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍື່ນຍົງ​ຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ ຫງວຽນ​ທີິກີ​ມຕຽນ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຖື​ວ່າ:

        “ວຽກ​ງານ​ປະຊາກອນ ການວາງ​ແຜນ​ຄອບຄົວ ຢູ່ ຫວຽດນາມ ກາຍ​ເປັນ​ບັ້ນ​ຂົນຂວາຍ​ຄັ້ງ​ໃຫຍ່. ບັນດາ​ໝາກຜົນ​ບັນລຸ​ໄດ້​ຂອງ​ຂະ​ແຫນງ​ປະຊາກອນ ການວາງ​ແຜນ​ຄອບຄົວ ​ໄດ້​ປະກອບສ່ວນ​ຢ່າງໃຫຍ່​ຫລວງ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ ສັງຄົມ, ຍົກ​ສູງ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ, ຍົກ​ສູງ​ຄຸນ​ນະພາ​ບ​ແຫ​ລ່ງກຳລັງ​ແຮງ, ຄຸນ​ນະພາ​ບຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແຕ່ລະຄົນ, ​ແຕ່​ລະ​ຄອບຄົວ ​ແລະ ທົ່ວ​ສັງຄົມ“

ຕອບກັບ

ຂ່າວ/ບົດ​ອື່ນ