ສະເຫລີມສະຫລອງ 67 ປີ ແຫ່ງວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ

ວັນ​ທີ 22/12 ​ແມ່ນ​ວັນ​ສະ​ເຫລີ​ມສະຫລອງ 67 ປີ ​ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະຊາຊົນ ຫວຽດນາມ, 22 ປີ ​ແຫ່ງ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ດ. ​ໃນ 67 ປີ ຜ່ານ​ມາ, ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ຕໍ່ສູ້, ​ເຕີບ​ໂຫຍ່ ​ແລະ ນັບ​ມື້​ນັບ​ຢັ້ງຢືນ​ໃຫ້​ເຫັນ​ກົກ​ເຄົ້າ,            ຄຸນ​ນະ​ທາດ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ຊຶ່ງ​ແມ່ນ​ກອງທັບ​ພາຍ​ໃຕ້​ການ​ນຳພາ​ຂອງ​​ ​ພັກ​ ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ. ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ພ້ອມ​ກັບ​ຊາດ​ສ້າງ​ເປັນ​ຜົນງານ​ວິລະ​ກຳ​ຢ່າງ​ພິລະ​ອາດ​ຫານ​​ໃນ​ການ​ຕໍ່ສູ້ປົດ​ປ່ອຍປະ​ເທດ​ຊາດ, ​​ທ້ອນໂຮມ​ປະ​ເທດເປັນ​ເອກະ​ພາບ. ​ເນື່ອງ​ໃນ​ໂອກາດ​ນີ້, ຫນັງສື​ພີ​ມ Quan doi nhan dan ສຽງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້ມີ​ບົດ​ນຳພາ​ຍ​ໃຕ້​ຫົວ​ຂໍ້​ວ່າ: “ກຳລັງ​ແຮງ​ຂອງ​ກອງທັບ ຈາກ​ປະຊາຊົນ​, ​ເພື່ອ​ປະຊາຊົນ“ ​ໃນ​ນັ້ນ​ມີ​ຕອນ​​ໄດ້​ຂຽນ​ວ່າ: ​ໃນ​ກິດຈະການ​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ​ໄປ​ຄຽງ​ຄູ່​ກັບ​ການ​​ເຊີດ​ຊູສະຕິ​ລະວັງ​ຕົວ, ​ເຈດ​ຈຳນົງ​​ແຫ່ງການ​ຕໍ່ສູ້​ປົກ​ປັກ​ຮັກສາ​ພາລະກິດ​ປະຕິວັດຂອງ​ພັກ, ລັດ ​ແລະ ປະຊາຊົນ​ໄວ້, ທະຫານ​ຍັງ​ຕັ້ງຫນ້າ​ເຂົ້າ​ຮ່ວມ​ພັດທະນາ​ເສດຖະກິດ​ ສັງຄົມ​ຢ່າງ​ໝັ້ນຄົງ, ມີຫນ້າ​ຢ່າງ​ທັນ​ການ​ຢູ່​ບັນດາ​ເຂດ​ຈຸດ​ສຸມ, ບ່ອນ​ຫຍຸ້ງຍາກ, ລຳບາກ, ​ເຂດ​ຫ່າງ​ໄກ​ສອກ​ຫລິກ, ​ເຂດ​ຊາຍ​ແດນ ​ແລະ ໝູ່​ເກາະ, ຊ່ວຍ​ເຫລືອ​ບັນດາ​ທ້ອງ​ຖິ່ນ​ສ້າງ​ຮາກ​ຖານ​ກາ​ນ​ເມືອງ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທົ່ວ​ສັງຄົມ, ຊ່ວຍ​​ເຫລືອ​ປະຊາຊົນ​ໃນ​ການ​ລົບ​ລ້າງ​ຄວາມ​ອຶ​ດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເຮັດ​ຫລ້ອນ​ພາລະ​ຫນ້າ​ທີ່​ຂອງ​ກອງ​ກຳລັງ​ຕໍ່ສູ້, ກອງ​ກຳລັງ​ປະຕິບັດ​ງານ, ກອງ​ກຳ​ລັງ​ທຳ​ການ​ຜະລິດ. ບົດ​ນຳ​ໄດ້​ເນັ້ນ​ຫນັກ​ວ່າ: ​ເພື່ອ​ເຮັດ​ຫລ້ອນພາລະ​ກຳ​ປະຫວັດສາດ​ຂອງ​ຕົນ, ​ໃນ​ໄລຍະ​ປະຕິວັດ​ໃຫມ່, ມີ​ຫລັກການ​ຫນຶ່ງ​ດຽວ ນັ້ນ​ແມ່ນ​ ຍາມ​ໃດ​ ກອງທັບ ກໍຕ້ອງ​ຢູ່​ພາຍ​ໃຕ້​ການ​ນຳພາໂດຍ​ກົງ ​ແລະ ​ເດັດຂາດ​ຂອງ​ພັກໃນ​ທຸກ​ດ້ານ. ພ້ອມ​ກັນ​ນັ້ນ ສືບ​ຕໍ່​ຄົ້ນ​ຄ້ວາ, ປ່ຽນ​​ໃຫມ່​ວຽກ​ງານ​ການ​ຂົນຂວາຍ​ປະຊາຊົນ, ​ໃກ້ຊິດຕິດ​ແທດ​ກັບ​ປະຊາຊົນ, ຊ່ວຍ​ເຫ​ລື​ອປະຊາຊົນ​ຫລາຍ​ກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ