ສະເຫລີມສະຫລອງ 70 ປີແຫ່ງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ ລາວ

(VOVWORLD) -ຕອນເຊົ້າວັນທີ 29 ຕຸລາ ຢູ່ ຮ່າໂນ້ຍ, ໄດ້ດຳເນີນພິທີສະເຫລີມສະຫລອງ 70 ປີແຫ່ງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ ລາວ (30/10/1949 – 30/10/2019) ແລະ ມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ. 

ສະເຫລີມສະຫລອງ 70 ປີແຫ່ງວັນມູນເຊື້ອຂອງທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ ລາວ - ảnh 1

ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄຳເຫັນນະພິທີ

(ພາບ: mattran.org.vn)

ເຂົ້າຮ່ວມພິທີ ມີທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ, ທ່ານເລຂາທິການໃຫຍ່ ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງ ສປປ ລາວ, ບັນດາການນຳ, ອະດີດການນຳພັກ, ລັດ ຂອງຫວຽດນາມ ແລະ ລາວ ພ້ອມກັບບັນດານັກຮົບເກົ່າຊື່ງແມ່ນທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ ລາວ.

ກ່າວຄຳເຫັນນະພິທີ, ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຖືວ່າ: ຫນຶ່ງໃນບັນດາສັນຍາລັກອັນດີງາມຂອງການພົວພັນສາມັກຄີແບບພິເສດ, ຮ່ວມສຳພັນສູ້ຮົບ ຫວຽດນາມ - ລາວ ໃນການຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ ແມ່ນເສັ້ນທາງເຈື່ອງເຊີນ (ສາຍພູຫລວງ) - ເສັ້ນທາງໂຮ່ຈີມິນ ແຫ່ງເທບນິຍາຍ. ກ້າວເຂົ້າສູ່ໄລຍະໃຫມ່, ໄລຍະ ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຕາມຄຳຮຽກຮ້ອງຕ້ອງການຂອງການປະຕິວັດລາວ, ສູນກາງພັກກອມມູນິດຫວຽດນາມ ແລະ ກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບຫນ້າທີ່ໃຫ້ບາງຫົວຫນ່ວຍທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານໃນທຸກຂົງເຂດ ໄປຊ່ວຍ ລາວ ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ, ສ້າງສາ ແລະ ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ວິທະຍາສາດ ເຕັກນິກ ແລະພ້ອມກັບກອງທັບ, ປະຊາຊົນລາວ ຕໍ່ສູ້, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ, ນຳມາເຊິ່ງ ຄວາມສັນຕິສຸກໃຫ້ປະຊາຊົນ. ພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຢືນຢັນວ່າ:

“ໂດຍຜ່ານສົງຄາມຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຈັດກະພັດອາເມລິກາ ອັນຍຶດເຍື້ອຍາວນານ, ລຳບາກ, ກໍຄືໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງປະຊາຊົນ 2 ປະເທດຫວຽດນາມ - ລາວ, ພະນັກງານ, ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຢູ່ລາວ ລຸ້ນຕ່າງໆ ໄດ້ຈົດຈຳຄຳສັ່ງສອນຂອງປະທານໂຮ່ຈີມິນ, ຍົກສູງຈິດໃຈສາກົນກຳມະຊີບ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ຮຽງບ່າຮຽງໄຫຼ່ພ້ອມກັບກຳລັງປະກອບອາວຸດ ແລະ ປະຊາຊົນລາວ ຕໍ່ສູ້ຮອດມື້ຍາດໄດ້ໄຊຊະນະຢ່າງສົມບູນ, ປະກອບສ່ວນໂດຍກົງເຂົ້າໃນໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດຂອງ 3 ປະເທດອິນດູຈີນ ຫວຽດນາມ, ລາວ, ກຳປູເຈຍ. ມີພະນັກງານ, ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານຫວຽດນາມ ຫຼາຍລຸ້ນຄົນທີ່ເສຍສະຫຼະຊີວິດ ຫຼື ເສຍ ເລືອດເນື້ອໃດໜຶ່ງໃນດິນແດນປະເທດລາວ”.

ທ່ານພົນເອກ ໂງຊວັນລິກ ລັດຖະມົນຕີກະຊວງປ້ອງກັນປະເທດ ຖືວ່າ: ສອງປະເທດສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນການສ້າງສາ ແລະ ປົກປັກຮັກສາເສັ້ນຊາຍແດນລະຫວ່າງ ຫວຽດນາມລາວ ໃຫ້ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. ພ້ອມກັນນັ້ນ, ສອງຝ່າຍຄວນຕັ້ງໜ້າຮ່ວມມືຊອກຫາ, ເຕົ້າໂຮມອັດຖິທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ ເພື່ອໃຫ້ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດກັບຄືນສູ່ບ້ານເກີດເມືອງນອນຂອງຕົນ. ທ່ານກ່າວວ່າ:

        ສອງປະເທດຄວນສຸມໃສ່ເຂົ້າການສ້າງສາກອງທັບປະຊາຊົນປະຕິວັດໃຫ້ການເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ, ຍົກສູງຄຸນນະພາບສັງລວມ, ກຳລັງແຮງ ແລະ ຄວາມສາມາດໃນການຕໍ່ສູ້, ພ້ອມທັງຍູ້ແຮງການຮ່ວມມືໃນຂົງເຂດການທະຫານ, ປ້ອງກັນຊາດ, ຕໍ່ສູເຮັດໃຫ້ທຸກໆກົນອຸບາຍຢາກທຳລາຍ, ແບ່ງແຍກສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດຖືກປະລາໄຊ.

        ແລະກໍ່ທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕາງໜ້າໃຫ້ແກ່ພັກ, ລັດ ມອບນາມມະຍົດ ວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແກ່ກຳລັງອາສາສະໝັກ ແລະ ຜູ້ຊ່ຽວຊານ ຫວຽດນາມ ຢູ່ ລາວ ຍ້ອນມີຜົນງານດີເດັ່ນພິເສດໃນການຕໍ່ສູ້ຕ້ານອາເມລິກາ ກູ້ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ