ສະເຫລີມສະຫລອງ 80 ປີແຫ່ງວັນສ້າງຕັ້ງກອງເຍົາວະຊົນປະຈັນບານໂຮ່ຈີມິນ

(VOVWORLD) -ວຽກງານກອງເຍົາວະຊົນ ແລະຂະບວນການອະນຸຊົນ ໄດ້ມີການຫັນປ່ຽນຢ່າງຕັ້ງຫນ້າ, ຕອບສະຫນອງສະພາບຕົວຈິງຂອງວິວັດການພັດທະນາປະເທດຊາດ, ປະກອບສ່ວນເຂົ້າໃນການເບິ່ງແຍງ ປົກປ້ອງ ສຶກສາເຍົາວະຊົນອະນຸຊົນ. 
ສະເຫລີມສະຫລອງ 80 ປີແຫ່ງວັນສ້າງຕັ້ງກອງເຍົາວະຊົນປະຈັນບານໂຮ່ຈີມິນ - ảnh 1ພິທີປຸກລະດົມການແຂ່ງຂັນມຸ່ງໄປເຖິງການສະເຫລີມສະຫລອງ 80ປີແຫ່ງວັນສ້າງຕັ້ງກອງເຍົາວະຊົນໂຮ່ຈີມິນ(ພາບ:ສຳນັກຂ່າວສານຫວຽດນາມ)

ໃນສະພາບການໂລກລະບາດໂຄວິດ 19 ຜັນແປຢ່າງສັບສົນ, ສະພາກອງເຍົາວະຊົນສູນກາງ ໄດ້ມີການກຳນົດທິດ, ຊີ້ນຳສະພາກອງເຍົາວະຊົນທຸກຂັ້ນປະຕິບັດວຽກງານເຄື່ອນໄຫວຂອງກອງເຍົາວະຊົນ ແລະຂະບວນການອະນຸຊົນ ຮັບປະກັນຄວາມປອດໄພ, ປອດໄສ, ມີປະໂຫຍດ, ເອົາໃຈໃສ່ສຶກສາທັກສະສຳຄັນໃນການດຳລົງຊີວິດສັງຄົມ.

ທ່ານ ຟ້າມຢູຍຈາງ ຫົວຫນ້າຄະນະວຽກງານອະນຸຊົນສູນກາງຊາວຫນຸ່ມ ກ່າວຄຳເຫັນເນື່ອງໃນໂອກາດສະເຫລີມສະຫລອງ 80 ປີແຫ່ງວັນສ້າງຕັ້ງກອງເຍົາວະຊົນປະຈັນບານ ໂຮ່ຈີມິນ (15/5/1941- 15/5/2021) ໃຫ້ຮູ້ວ່າ: ສູນກາງຊາວຫນຸ່ມກອມມູນິດ ໂຮ່ຈີມິນ ຍາມໃດກໍ່ປ່ຽນໃຫມ່ເນື້ອໃນ ຮູບການເຄື່ອນໄວກອງເຍົາວະຊົນ ແລະຂະບວນການອະນຸຊົນ ສ້າງບັນດາຂະບວນການ, ການເຄື່ອນໄຫວ, ຮູບແບບໃຫມ່ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ