ສະເຫລີມສະຫລອງ102ປີແຫ່ງວັນປະທານໂຮ່ຈິມີນອອກຈາກປະເທດຊອກຫາເສັ້ນທາງກູ້ຊາດ

ສະເຫລີມສະຫລອງ102ປີແຫ່ງວັນປະທານໂຮ່ຈິມີນອອກຈາກປະເທດຊອກຫາເສັ້ນທາງກູ້ຊາດ - ảnh 1
ທ່າກຳປັ່ນ ຍ່າໂຣ່ງ, ສະຖານທີ່ຊື່ງ ທ່ານປະທານໂຮ່ຈິມີນເດີນທາງ
ອອກຈາກປະເທດໄປຊອກຫາເສັ້ນທາງກູ້ຊາດ


(vovworld)-ຕອນ​ເຊົ້າ​ວັນ​ທີ 5/6, ຢູ່​ຫໍພິພິດທະພັນ​ໂຮ່ຈິ​ມີນ, ສາຂາ​ນະຄອນ​ໂຮ່ຈິ​ມີນ, ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ 102 ປີ​ແຫ່ງ​ວັນ​ປະທານ​ໂຮ່ຈິ​ມີນ ​ເດີນທາງອອກ​ຈາກ​ປະ​ເທດ​ໄປຊອກ​ຫາ​ເສັ້ນທາງ​ກູ້​ຊາດ (5/6/1911- 5/6/2013). ​ເຂົ້າ​ຮ່ວມ​ພິທີ ມີ​ການ​ນຳ​ຄະນະ​ພັກ, ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມີນ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທ​ດຊາດ, ພະ​ແນ​ກ, ຂະ​ແຫນງ​ການ, ນັກ​ປະຕິວັດ​ອະ​ວຸ​ໂສ, ​ແມ່ຫວຽດນາມ​ວິລະ​ຊົນ​ພ້ອມ​ດ້ວຍ​ປະຊາຊົນ​ນະຄອນ​ເປ​ັນຈຳນວນ​ຫລວງຫລາຍ. ນະ​ພິທີ,​ ບັນດາ​ຜູ້​ແທນເຂົ້າ​ຮ່ວມ​ໄດ້​ພ້ອມ​ກັນຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ປະທານ​ໂຮ່​ຈິ​ມີນ ​ແລະ ພ້ອມ​ກັນ​ຢືນຢັນ​ວ່າ: ​ໄລຍະ​ທາງ​ແຫ່ງ​ການ​ຊອກ​ຫາ​ເສັ້ນທາງ​ກູ້​ຊາດ​ຂອງ​ປະທານ​ໂຮ່ຈິ​ມີນ​ແມ່ນ​ສັນຍາ​ລັກ​ໃຫ້​ແກ​ນ້ຳ​ໃຈ​ຮັກຊາດ, ​ບໍ່​ຍອມ​ຈຳນົນ ​ແລະ ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ຍາດ​ເອົາ​​ເອກະລາດ​ເສ​ລິພາບ​ມາ​ໃຫ້​ປະ​ເທດ​ຊາດ. ອ້າຍ​ເລ​ດືກ​ເຫ​ງຍ ສະມາ​ຊີກ​ຊາວ​ຫນຸ່ມບໍລິສັດ​ຂົນ​ຖ່າຍ​ສິນຄ້າ ​ແລະ ບໍລິການ​ຫຸ້ນ​ສ່ວນ​ທ່າ​ກຳ​ປັ່ນ​ ​ໄຊ​ງ່ອນ, ຕາງ​ຫນ້າ​ໃຫ້​ລຸ້ນຫນຸ່ມ​ນະຄອນ​ໂຮ່ຈິ​ມີນ ​ເວົ້າ​ວ່າ:

        “​ໂດຍແມ່ນ​ຊາວ​ນະຄອນ​ໂຮ່ຈິ​ມີນຜູ້​ຫນຶ່ງ ພວກ​ຂ້າພະ​ເຈົ້າ​ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ​ທີ່​ໄດ້​ກຳ​ເນີ​ດຢູ່​ນະຄອນ​​ໃສ່​ຊື່​ຂອງ​ລຸງ​ໂຮ່ທີ່​ແສນ​ເຄົາລົບ​ຮັກ. ​ໄວ​ຫນຸ່ມ​ນະຄອນ​ໂຮ່ຈິ​ມີນ ​ແລະ ​ໄວຫນຸ່ມ​ທ່າ​ກຳ​ປັ່ນ ​ໄຊ​ງ່ອນ ສູ້​ຊົນ​ສ້າງ​ວັດທະນະທຳ​ວິ​ສາ​ຫະກິດ ​ແລະ ປະຕິບັດ​ການ​ປະຢັດ​ຕ້ານ​ການ​ຟຸມ​ເຟືອຍ ​ແລະ ຍາມ​ໃດ​ກໍ​ປະຈັນບານ ​ນຳ​ຫນ້າເພື່ອ​ສືບ​ທອດ​ມູນ​ເຊື້ອ​ຂອງ​ລຸ້ນພໍ່​ລຸ້ນອ້າຍ​ເພື່ອ​ສ້າງສາ​ນະຄອນ​ໃຫ້​ຂຽວສະອາດ ສວຍ​ງາມ​ແລະ, ສີວິ​ໄລ”

ຂ່າວ/ບົດ​ອື່ນ