ສະເຫລີມສະຫລອງ20ປີແຫ່ງການປະຕິບັດວຽກງານບໍລິຈາກເລືອດໂດຍສະໝັກໃຈ

ສະເຫລີມສະຫລອງ20ປີແຫ່ງການປະຕິບັດວຽກງານບໍລິຈາກເລືອດໂດຍສະໝັກໃຈ - ảnh 1
ຊາວຫນຸ່ມເຂົ້າຮ່ວມການບໍລິຈາກເລືອດ
ພາບ:hanoimoi.com

(vovworld)-ຕອນ​ເຊົ້າ​ວັນ​ທີ 16/2 ຢູ່ ຮ່າ​ໂນ້ຍ,  ​ໃນ​ຂອບ​ເຂດ​ໄຂ​ງານ​ບຸນ ບໍລິຈາກ​ເລືອດ​ໃນ​ໂອກາດ​ຕົ້ນ​ລະດູບານ​ໃຫມ່​ປີ 2014, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ 20 ປີ​ແຫ່ງ​ການ​ປະຕິບັດ​ວຽກ​ງານ​ຂົນຂວາຍ​ບໍລິຈາກ​ເລືອດ​ໂດຍ​ສະໝັກ​ໃຈ (1994-2014). ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ນາງ ຫງວຽນ​ທິຊວຽນ, ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ເນັ້ນ​ຫນັກ​ວ່າ:

        “20 ປີ​ຜ່ານ​ມາ, ຄຸນຄ່າ​ໃຫຍ່​ສຸດ​ຂອງ​ວຽກ​ງານ​ຂົນຂວາຍ​ການ​ບໍລິຈາກ​ເລືອດ​ໂດຍ​ສະໝັກ​ໃຈ ​ໄດ້​ນຳ​ມາ​ເຊິ່ງ​​ເລືອດ​ກວ່າ 8,2 ລ້ານຖົງ ​ເພື່ອ​ຮັບ​ໃຊ້​ການ​ປິ່ນປົວ​ໃຫ້​ແກ່​ຄົນ​ເຈັບ​ນັບ​ລ້ານໆ​ຄົນ ​ແລະ ກູ້​ເອົາ​ຊີວິດ​ໃຫ້ຫລາຍ​ຄົນ. ສຳລັບ​ວົງ​ຄະນາ​ຍາດ​ແລ້ວ,​ ພວກ​ເຮົາ​ສ້າງ​ໄດ້​ຂະ​ບວນການ​ມີ​ຄວາມ​ໝາຍ​ຍິ່ງ​ໃຫຍ່, ປະກອບສ່ວນ​ເຂົ້າ​ໃນ​ວຽກ​ງານ​ສຶກສາ​ຄຸນສົມບັດ​ມະນຸດ, ​ນຳ​ປະຊາຊົນ ​ພິ​ເສດ​ແມ່ນ​ໄວຫນຸ່ມມຸ່ງ​ໄປ​ເຖິງ​ຜູ້​ມີ​ຄວາມ​ຮັບຜິດຊອບ​ຕໍ່​ວົງ​ຄະນາ​ຍາດ.”

 

 

 

 

ຂ່າວ/ບົດ​ອື່ນ