ສະເຫລີມສະຫລອງ20ປີແຫ່ງວັນສ້າງການພົວພັນຫວຽດນາມ-ອາເມລິກາເປັນປົກກະຕິຈັດຂຶ້ນຢູ່ວໍຊິງຕັນ

ສະເຫລີມສະຫລອງ20ປີແຫ່ງວັນສ້າງການພົວພັນຫວຽດນາມ-ອາເມລິກາເປັນປົກກະຕິຈັດຂຶ້ນຢູ່ວໍຊິງຕັນ - ảnh 1
ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ
ອາ​ເມ​ລິ​ກາ

(vovworld)- ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເປັນ​ປົກ​ກະ​ຕິ ໂດຍ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ເປັນ​ເຈົ້າ​ພາບ ໄດ້​ດຳ​ເນີນ​ຢູ່​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ DC ໃນ​ວັນ​ທີ 31/7. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ ໄດ​້​ເນັ້ນ​ຫນັກ​ວ່າ: ຄວາມ​ຕັດ​ສິນ​ໃຈ​ສ້າງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເປັນ​ປົກ​ກະ​ຕິ ກ່ອນນີ້ 20 ປີ ​ໄດ້ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ປະ​ຫວັດ​ສາດ​ໃຫມ່ ແລະ ປະ​ຈຸ​ບັນ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ. ທ່ານ ຟ້າມກວາງວີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ:

        “ພິ​ທີ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເປັນ​ປົກ​ກະ​ຕິ ແມ່ນ​ການ​ພົບ​ປະ​ສັງ​ສັນ​ຂອງ​ບັນ​ດ​າ​ເພື່ອນ​ມິດ ແລະ ພ້ອມ​ກັນ​ຫວນ​ຄືນ​ໄລ​ຍະ​ທາງ​ທີ່​ຜ່ານ​ມາ ພ້ອມ​ທັງ​ຮູ​້​ສຶກ​ປິ​ຕິ​ຊົມ​ຊື່ນ​ຕໍ່​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ.”

        ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Bin Clinton ຜູ້​ຖະ​ແຫລງ​ການ​ພ​ົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ປົກ​ກະ​ຕິເມື່ອ​ວັນ​ທີ 11/7/1995 ໄດ້​ສົ່ງ video ອວຍ​ພອນ. ສະ​ມາ​ຊິກ​ສະ​ພາ​ສູງ ອາ​ເມ​ລິ​ກາ John Mc Cain, ຊື່ງ​ແມ່ນຫນຶ່ງ​ໃນ​ບັນ​ດາ​ຜູ້ກໍ່​ຕັ້ງ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເປັນ​ປົກ​ກະ​ຕິ​ກ່ອນນີ້ 20 ປີ ແລ ະ ຖື​ວ່າ ສອງ​ປະ​ເທດ​ສຳ​ເລັດ​ຜົນ​ໃນ​ການ​ປິດ​ອະ​ດີດ​ຕະ​ການ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ.

ເຍີດ​ກີງ ຮູຍ​ຮ່​ວາງ ນັກ​ຂ່າວ VOV ຢູ່ ວໍ​ຊີງ​ຕັນ

 

ຂ່າວ/ບົດ​ອື່ນ