ສະເຫລີມສະຫລອງ20ປີແຫ່ງວັນສ້າງຕັ້ງສະພາວິທະຍາສາດບັນດາອົງການພັກສູນກາງ

ສະເຫລີມສະຫລອງ20ປີແຫ່ງວັນສ້າງຕັ້ງສະພາວິທະຍາສາດບັນດາອົງການພັກສູນກາງ - ảnh 1
ທ່ານ ດີງ​ເທ​ຮີງ, ຜູ​້​ປະ​ຈຳ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​
ພາບ:tuyengiao.vn

(vovworld)- ​ ​ກ່າວ​ຄຳ​ເຫັນ​​ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ພາ​ວິ​ທະ​ຍາ​ສາດ​ບັນ​ດາ​ອົງ​ການ​ພັກ​ສູນ​ກາງ ຊື່ງ​ຈັດ​ຂຶ້ນ​ຢູ່ ຮ່າ​ໂນ້ຍ ໃນ​ຕອນ​ເຊົ້າ​ວັນ​ທີ 4/6, ທ່ານ ດີງ​ເທ​ຮີງ, ຜູ​້​ປະ​ຈຳ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ: ໃນ 20 ປີ​ຜ່ານ​ມາ, ສະ​ພາ​ວິ​ທະ​ຍາ​ສາດ​ບັນ​ດາ​ອົງ​ການ​ສູນ​ກາງ ໄດ້​ສູ້​ຊົນ​ຢ່າງ​ບໍ່​ຢຸດຢັ້ງ, ສຳ​ເລັດ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການມອບ​ໝາຍ, ກາຍ​ເປັນ​ອົງ​ການ​ທີ່​ມີ​ຄ​ວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ເຕົ້າ​ໂຮມ, ເສີມ​ຂະ​ຫຍາຍ​ພູມ​ປັນ​ຍາ​ຂອງ​ບັນ​ດາ​ຄະ​ນະ, ອົງ​ການ​ພັກ​ຂອງ​ສູນ​ກາງ, ປະ​ຕິ​ບັດ​ວຽກ​ງານ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ​ເປັນ​ຢ່າງ​ດີ, ຊ່ວຍ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ ກຳ​ນົດ​ທິດ​ທາງ, ແຜນ​ນະ​ໂຍ​ບາຍ.

        “ສະ​ພາ​ວິ​ທະ​ຍາ​ສາດ​ບັນ​ດາ​ອົງ​ການ​ພັກ​ສູນ​ກາງ ຄວນ​ບູ​ລະ​ນະ​ການ​ຈັດ​ຕັ້ງ​ໂດຍ​ໄວ, ສ້າງ​ພາ​ລະ​ບົດ​ບາດ, ຫນ້າ​ທີ່​ໃຫ້​ສົມ​ບູນ​ແບບ, ປ່ຽນ​ໃຫມ່​ເນື້ອ​ໃນ​ວິ​ທີ​ການ​ເຄື່ອນ​ໄຫວ. ພ້ອມ​ທັງ​ກຳ​ນົດ​ທິດ, ສຸມ​ໃສ່​ຄົ້ນ​ຄ້​ວາ​ບັນ​ດາ​ບັນ​ຫາ​ທີ່​ຈຳ​ເປັນ​ພວມ​ວາງ​ອອກ​ໃນ​ພຶດ​ຕິ​ກຳ, ສະ​ຫນອງ​ບັນ​ດາ​ຫລັກ​ມູນດ້ານ​ວິ​ທະ​ຍາ​ສາດ​ເພື່ອ​ປະ​ກອບ​ສ່ວນຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ເສ​ນາ​ທິ​ການ​ຂອງ​ບັນ​ດາ​ຄະ​ນະ, ອົງ​ການ​ພັກ​ສູນ​ກາງ.”

ຕອບກັບ

ຂ່າວ/ບົດ​ອື່ນ