ສະເຫລີມສະຫລອງ23ປີແຫ່ງວັນຊາດເຢຍລະມັນ

ສະເຫລີມສະຫລອງ23ປີແຫ່ງວັນຊາດເຢຍລະມັນ - ảnh 1
ທ່ານ ຫວູຮູ​ຍຮ່ວາງ ກ່າວຄຳເຫັນທີ່ພິທີ
ພາບ:internet



(vovworld)-ຕອນ​ຄຳ່​ວັນ​ທີ 4/10 ຢູ່ ຮ່າ​ໂນ້ຍ, ສະມາຄົມ​ມິດຕະພາບ ຫວຽດນາມ - ​ເຢຍລະ​ມັນ ​ໄດ້​ຈັດ​ຕັ້ງ​ງານ​ຊຸມນຸມ​ມິດ​ຕິງ​ສະ​ເຫລີ​ມສະຫລອງ 23 ປີ​ແຫ່ງ​ວັນຊາດ ​ເຢຍລະ​ມັນ(3/10/1990-3/10/2013). ນະ​ພິທີ, ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ຫວຽດນາມ ຫວູຮູ​ຍຮ່ວາງ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ​ເຢຍລະ​ມັນ ​ໄດ້​ສົ່ງ​ຄຳ​ຂອບ​ອົກ​ຂອບ​ໃຈ​​ເຖິງລັດຖະບານ ​ແລະ ປະຊາຊົນ​ເຢຍລະ​ມັນ ກ່ຽວ​ກັບ​ການ​ສະຫນັບສະຫນູນ ​ແລະ ຊ່ວຍ​ເຫລືອ​ໃຫ້​ແກ່​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ​ຢືນຢັນ​ວ່າ: ສະມາຄົມ​ມິດຕະພາບ ຫວຽດນາມ - ​ເຢຍລະ​ມັນ ຈະ​ສືບ​ຕໍ່​​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຕົນ, ປະກອບສ່ວນ​ກໍ່ສ້າງ ​ແລະ ພັດທະນາ​ນ້ຳ​ໃຈ​ສາມັກຄີ​ມິ​ດຕະພາບ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ທ່ານ​ນາງ​  Jutta Frasch ເອກ​ອັກ​ຄະ​ລັດຖະທູດ​ເຢຍລະ​ມັນ ປະຈຳ​ຫວຽດນາມ ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ສະມາຄົມ​ມິດຕະພາບ​ຫວຽດນາມ -​ເຢຍລະ​ມັນ ສືບ​ຕໍ່​ສົ​ມທົບ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ກວ່າ​ອີກ ປະກອບສ່ວນ​ເຮັດ​ໃຫ້​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ ​ເຢຍລະ​ມັນ ​ແລະ ຫວຽດນາມ​ໃຫ້​ເລິກ​ເຊິ່ງກວ່າ​ອີກ.

 

ຂ່າວ/ບົດ​ອື່ນ