ສະເຫລີມສະຫລອງ40ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຟິລີບປີນແລະ118ປີວັນຊາດຟິລິບປີນ

ສະເຫລີມສະຫລອງ40ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ-ຟິລີບປີນແລະ118ປີວັນຊາດຟິລິບປີນ - ảnh 1
ລາຍ​ການ​ສິ​ລະ​ປະ​ສະ​ເຫລີ​ມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ
ທາງ​ການ​ທູດ ຫວຽດ​ນາມ - ຟີ​ລີບ​ປີນ
ພາບ:TTXVN

(vovworld)- ​ຕອນ​ຄ່ຳ​ວັນ​ທີ 16/6 ຢູ່ ນະ​ຄອນ ເກີນ​ເທີ, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິ​ດ​ຕະ​ພາບ​ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຖານ​ກົງ​ສູນ​ໃຫຍ່ ສ. ຟີ​ລີບ​ປີນ ຢູ່ ນະ​ຄອນ ໂຮ່​ຈິ​ມີນ ຈັດ​ຕັ້ງ​ລາຍ​ການ​ສິ​ລະ​ປະ “ຮຽງ​ບ່າ​ຮຽງ​ໄຫລ່” ສະ​ເຫລີມ​ສະ​ຫລອງ 40 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ຫວຽດ​ນາມ - ຟີ​ລີບ​ປີນ (12/7/1976-12/7/2016) ແລະ 118 ປີ​ແຫ່ງວັນ​ຊາດ ສ. ຟ​ິ​ລີບ​ຟີນ (12/8/1898-12/8/2016). ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ ເຈືອງກວາງ​ນາມ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ເກີນ​ເທີ ໄດ້​ເນັ້ນ​ຫນັກ​ວ່າ: ນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລກ​ປ່ຽນ​ສິ​ລະ​ປະ ເພື່ອ​ໂຄ​ສະ​ນາ, ແນະ​ນຳ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ເຕັມ​ໄປ​ດ້ວຍ​ສີ​ສັນ​ຂອງ ຟິ​ລີບ​ປີນ ໃຫ້​ປະ​ຊາ​ຊົນ​ ເກີນ​ເທີ ເວົ້າ​ສະ​ເພາະ ແລະ ຊາວຫວຽດ​ນາມ ເວົ້າ​ລວມ. ບົນ​ພື້ນ​ຖານນັ້ນ, ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ​ມິດ​ຕະ​ພາບ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ ລະ​ຫວ່າງ​ສອງ​ປະ​ເທດ, ເປີດ​ກາ​ລະ​ໂອ​ກາດ​​ຮ່ວມ​ມື​ພັດ​ທະ​ນາ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ, ເສດ​ຖະ​ກິດ​ໃນ​ອະ​ນາ​ຄົດ.  ສ່ວນ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຟິ​ລິບ​ປີນ ປະ​ຈຳ​ຫວຽດ​ນາມ, Noel Servigon ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ພັດ​ທະ​ນາ​ການຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ ແລະ ຟິ​ລີບ​ປີນ ບົນ​ພື້ນ​ຖານ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ທີ່​ມີ​ມາ​ແລ້ວ​ໃນ 40 ປີ​ຜ່ານ​ມາ.


ຕອບກັບ

ຂ່າວ/ບົດ​ອື່ນ