ສະເຫລີມສະຫລອງ50ປີແຫ່ງໄຊຊະນະບັ້ນຮົບທຳອິດ

 ສະເຫລີມສະຫລອງ50ປີແຫ່ງໄຊຊະນະບັ້ນຮົບທຳອິດ - ảnh 1
ພາບເອກະສານ


(vovworld)- ວັນ​ທີ 4/8, ຢູ່ ນະຄອນ ຫາຍ​ຟ່ອງ, ​ເຫລົ່າ​ທັບ​ກອງທັບ​ເຮ​ືອຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີສະ​ເຫລີ​ມສະຫລອງ 50 ປີ​ແຫ່ງ​ວັນ​ຕີ​ເອົາ​ຊະນະ​​ໃນ​ບັ້ນ​ຮົບ​ທຳ​ອິດ​ຂອງ ກອງທັບ​ປະຊາຊົນ ຫວຽດນາມ ​ແລະ ຂອງ​ກອງທັບ, ປະຊາຊົນ​ພາກ​ເຫນືອ ຫວຽດນາມ (ວັນ​ທີ 2 ​ແລະ ວັນ​ທີ 5/8/1964). ທີ່​ພິທີ​ສະ​ເຫລີ​ມສະຫລອງ, ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໄດ້​ມອບ​ຫນ້າ​ທີ່​ໃຫ້​ແກ່​ແກ່​ເຫຼົ່າທັບ​ກອງທັບ​ເຮືອ​ວ່າ:

        “ພະນັກງານ, ນັກຮົບ​ໃນ​ເຫຼົ່າ​ທັບ​ເຮືອ ຄວນ​ສືບ​ຕໍ່​ມີ​ຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ ກວ່າອີກ ກ່ຽວ​ກັບ​ທ່ີ​ຕັ້ງ​ຍຸດ​ທະ​ສາດ​ຂອງ​ທະ​ເລ, ໝູ່​ເກາະ​ ​ໃນ​ພາລະ​ກິດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຍົກ​ສູງ​ສະຕິ​ລະວັງ​ຕົວ, ກຽມພ້ອມ​ຮັບ ​ແລະ ສຳ​ເລັດ​ທຸກ​ຫນ້າ​ທີ່​ທີ່​ໄດ້​ຮັບ​ການ​ມອບ​ໝາຍ. ກຳ​ແຫນ້ນ​ທັດສະນະ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ໃນ​ການ​ແກ້​ໄຂ​ບັນດາ​ຄວາມ​ຂັດ​​ແຍ້​ງຢູ່​ທະ​ເລ, ຕ້ອງ​ປົກ​ປັກ​ຮັກສາ​ອະທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ​ຢ່າງ​ໝັ້ນຄົງ, ​ແຕ່​ຕ້ອງ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ປະ​ເທດ​ຊາດ ​ເພື່ອ​ສຸມ​ໃສ່​ພັດທະນາ​ເສດຖະກິດ, ສັງຄົມ, ຍົກ​ສູງ​ຊີວິດ​ທາງ​ດ້ານ​ຊີ​ວິດ​ຂອງ​ປະຊາຊົນ, ຮັກສາ​ການ​ພົວພັນ​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ.”

ຂ່າວ/ບົດ​ອື່ນ