ສະເຫລີມສະຫລອງ50ປີແຫ່ງໄຊຊະນະບັ້ນຮົບທຳອິດຂອງກອງທັບເຮືອປະຊາຊົນຫວຽດນາມ

ສະເຫລີມສະຫລອງ50ປີແຫ່ງໄຊຊະນະບັ້ນຮົບທຳອິດຂອງກອງທັບເຮືອປະຊາຊົນຫວຽດນາມ  - ảnh 1
ພາບເອກະສານ


(vovworld)- ວັນ​ທີ 3/8, ຢູ່​​ເຂດ​ທະ​ເລ​ປະຫວັດສາດ ​ເກືອ​ລູກ​ ​ເທດສະບານ ບາຍ​​ໄຈ ນະຄອນ ຮ້າລອງ ​ແຂວງ ກວ໋າງນີງ, ​ເຫຼົ່າທັບ​ເຮືອ​ກອງທັບ​ເຮືອ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ອາ​ໄລ​ຫາ​ບັນດາ​ວິລະ​ຊົນ, ນັກຮົບ​ ​ແລະ ປະຊາຊົນ​ທີ່ເສຍສະຫລະ​ຊີວິດ​ເພື່ອ​ຊາດ​ໃນ​ບັ້ນ​ຮົບ​ທຳ​ອິດ​ເພື່ອ​ຂັບ​ໄລ່​ກຳ​ປັ່ນ Maddox ​ແລະ ຕີຕອບ​ໂຕ້​ເຮືອບິນຮຸກ​ຮານ​ຂອງ​ອາ​ເມ​ລິ​ກາ​ໃນ ວັນ​ທີ 2 ​ແລະ ທີ 5/8/1964. ນີ້​ແມ່ນ​ໄຊຊະນະ​ໃນ​ບັ້ນ​ຮົບ​ທຳ​ອິດ​ຂອງກຳລັງ​ທະຫານ​ເຮືອປະຊາຊົນ​ຫວຽດນາມ, ຂອງ​ກອງທັບ ​ແລະ ປະຊາຊົນ​ພາກ​ເຫນືອ​ຫວຽດນາມ​ໃນ​ສົງຄາມ​ທຳລາຍ​ພາກ​ເຫ​ນືອຫວຽດນາມ​ ຂອງ​ຈັກກະພັດ​ອາ​ເມ​ລິ​ກາ. ກ່ອນ​ຫນ້າ​ນັ້ນ,​​ໃນ​ຕອນ​ຄຳ່​ວັນ​ທີ 2/8, ຢູ່ ​ແຂວງ ກວ໋າງນິງ ກໍ​ໄດ້​ດຳ​ເນີນ​ລາຍການ​ສະ​ແດງ​ສິລະ​ປະ “​ສະ​ເຫລີ​ມສະຫລອງ​ເຫດການໄຊຊະນະ​ໃນບັ້ນ​ຮົບ​ທຳ​ອິດ”. ກ່າວ​ຄຳ​ເຫັນ​ທ່ີ​ລາຍການ​ດັ່ງກ່າວ, ພົນ​​ເຮ​ືອຕີ ດີງຢາ​ເທີ​ດ ຢືນຢັນ​ວ່າ:  

“​​ໄຊຊະນະ​ບັ້ນ​ຮົບ​ທຳ​ອິດ​ຂອງ​ກອງທັບ​ເຮືອ​ປະຊາຊົນ​ຫວຽດນາມ ​ແລະ ກອງທັບ​, ປະຊາຊົນ​ພາກ​ເຫນືອ​ຫວຽດນາມ ​ໄດ້​ສ້າງ​ການ​ຫັນປ່ຽນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ທັງ​ສອງ​ຝ່າຍ. ນັ້ນ​ແມ່ນ​ປ່ຽນ​ແປງ​ທາງ​ດ້ານ​ຈິດ​ໃຈ ​ແລະ ​ເຈດ​ຈຳນົງ. ​ເຖິງ​ວ່າ ກຳ​ປັ່ນ​ຮົບ ​ແລະ ​ເຮືອ​ບິນ​ຂອງ​ສັດຕູ​ທັນ​ສະ​ໄຫມ​ທີ່​ສຸດ ​ແຕ່​ບັນດາ​ກຳລັງ​ກອງທັບ​ເຮືອ​ຂອງ​ຫວຽດນາມ ​ໄດ້​ສົມທົບ​ກັບ​ບັນດາ​ກຳລັງ, ກອງທັບ ​ແລະ ປະຊາຊົນ​ພາກ​ເຫນືອ ​ໄດ້​ອົງອາດ​ກ້າຫານ​ຕີ​ເອົາ​ຊະນະ​ສັດ​ຕູ, ຂັບ​ໄລ່​ກຳ​ປັ່ນ Maddox ອອກ​ຈາກ​ເຂດ​ທະ​ເລ​ຂອງ​ຫວຽດນາມ. ”

 

 

 

ຂ່າວ/ບົດ​ອື່ນ