ສະເຫລີມສະຫລອງ60ປີແຫ່ງວັນຕ້ອນຮັບປະຊາຊົນ,ພະນັກງານ,ນັກຮົບແລະນັກຮຽນພາກໃຕ້ມາເຕົ້າໂຮມຢູ່ພາກເຫນືອ

ສະເຫລີມສະຫລອງ60ປີແຫ່ງວັນຕ້ອນຮັບປະຊາຊົນ,ພະນັກງານ,ນັກຮົບແລະນັກຮຽນພາກໃຕ້ມາເຕົ້າໂຮມຢູ່ພາກເຫນືອ - ảnh 1
ສະ​ເຫລີມ​ສະ​ຫລອງ60ປີ​ແຫ່ງວັນ​ຕ້ອນ​ຮັບ​ປະ​ຊາ​ຊົນ
ພາ​ກ​ໃຕ້​ມາ​ເຕົ້າ​ໂຮມ​ຢູ່​ພາກ​ເຫນືອ
photo:thanhtra.com.vn

(vovworld)-​ ​ກ່ອນນີ້ 60 ປີ​ເຕັມ, ພາຍ​ຫລັງ​ສັນ​ຍາ ເຊີ​ແນວ ກ່ຽວ​ກັບ​ການ​ສ້າງ​ສັນ​ຕິ​ພາ​ບ​ຄືນ​ໃຫມ່​ຢູ່ ອິນ​ດູ​ຈີນ ໄດ້​ຮັບ​ການ​ລົງ​ນາມ, ທ່ານ​ປະ​ທານ​ ໂຮ່​ຈິ​ມີນ ຊີ້​ນຳ​ຢ່າງ​ຮີບ​ດ່ວນ ສັບ​ຊ້ອນ​ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ພາກ​ສ່ວນ​ຫນຶ່ງ ຢູ່​ຄືນພາກ​ໃຕ້ ເພື່​ອ​ຊີ້​ນຳ​ການ​ສູ້​ຮົບ ແລະ ຈັດສົ່ງ​ປະ​ຊາ​ຊົນ, ລູກ​ຫລານ​ຂອງ​ບັນ​ດາ​ຄອບ​ຄົວ​ປະ​ຕິ​ວັດ​ໄປ​ພ້ອມ​ກັບ​ພະ​ນັກ​ງານ ແລະ ທະ​ຫານ​ມາ​ເຕົ້າ​ໂຮມ​ຢູ່ ພາ​ກ​ເຫນືອ. ພ້ອມ​ກັບ​ບັນ​ດາ​ສະ​ຖານ​ທີ່​ອື່ນ, ເຊີ​ມ​ເຊີນ ແຂວງ ແທງ​ຮ​ວາ ແມ່ນ​ສະ​ຖານ​ທີ່​​ຕົ້ນ​ຕໍ​ຕ້ອນຮັບ​ພະ​ນັກ​ງານ, ນັກ​ຮົບ, ນັກ​ຮຽນ ແລະ ປ​ະຊະ​ຊົນ​ພາກ​ໃຕ້​ມາ​ເຕົ້າ​ໂຮມ​ຢູ່​ພ​າກ​ເຫນືອ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ຕ້ອນ​ຮັບ​ປະ​ຊາ​ຊົນ, ພະ​ນັກ​ງານ, ນັກ​ຮົບ ແລະ​ນັກ​ຮຽນ​ພາກ​ໃຕ້ ມາ​ເຕົ້າ​ໂຮມ​ພາກ​ເຫນືອ (1954-2014) ດຳ​ເນີນ​ໄປ​ໃນ​ຕອນ​ຄ​່ຳ​ວັນ​ທີ 28/10 ຢູ​່​ເທດ​ສະ​ບານ ເຊີມ​ເຊີນ ແຂວງ ແທງ​ຮ​ວາ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຍ້ອງຍ​ໍ​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່​ຫລວງ​ຂອງ​ອົງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ ແລະ ປ​ະ​ຊາ​ຊົນ ແຂວງ ແທງ​ຮ​ວາ ແລະ ເທດ​ສະ​ບານ ເຊີມ​ເຊີນ ໃນ​ຊ​ຸມ​ວັນ​ເດືອນ​ປີ​ປະ​ຫ​ວັດ​ສາດນັ້ນ ໄດ້​ສ້າງ​ເງື່ອນ​ໄຂ​ທາງ​ດ້ານ​ວັດ​ຖຸ​ດີ​ທີ່​ສຸດ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮົບ, ນັກ​ຮຽນ ແລະ ປະ​ຊາ​ຊົນ​ພາກ​ໃຕ້​ມາ​ເຕົ້າ​ໂຮມ​ຢູ່​ພາກ​ເຫນືອ. ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ​ວ່າ:

        “ພິ​ທີ​ສະ​ເຫລີມ​ສະ​ຫລອງ 60 ປີ​ແຫ່ງວັນ​ ພະ​ນັກ​ງານ, ນັກ​ຮົບ, ນັກ​ຮຽນ ແລະ ປະ​ຊາ​ຊົນ​ພາກ​ໃຕ້​ມາ​ເຕົ້າ​ໂຮມ​ຢູ່​ພາກ​ເຫນືອ ທີ່​ເຊີມ​ເຊີນ​ແຂວງ ແທງ​ຮ​ວາ ແມ່ນ​ເພື່ອ​ຈົດ​ຈຳ​ເຫດ​ການ​ປະ​ຫວັດ​ສາດ​ສຳ​ຄັນ​ໃນ​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ພັກຂອງ​ປະ​ເທດຊາດ.   ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່ມູນ​ເຊື້ອມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເຈດ​ຈຳ​ນົງ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ໃນ​ຕະ​ຫລອດ​ໄລ​ຍະ​ ປະ​ຫວັດ​ສາດ ນັບ​ພັນ​ໆ​ປ​ີ​, ພວກ​ເຮົາ​ໝັ້ນ​ໝາຍ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຫວຽດ​ນາມ ສັງ​ຄົມ​ນິ​ຍົມໃຫ້​ໝັ້ນ​ຄົງ​ເພ​ື່ອ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະ​ຊາ​ທິ​ປ​ະ​ໄຕ, ຍຸ​ຕິ​ທຳ ແລະ​ສີ​ວິ​ໄລ.”

         ຕອນ​ຄ່ຳວັນ​ດ​ຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເລີ່ມ​ລົງ​ມືກໍ່​ສ້າງ​ອະ​ນຸ​ສອນ​ສະ​ຖານ ພະ​ນັກ​ງານ, ນັກ​ຮົບ, ນັກ​ຮຽນ ແລະ ປະ​ຊາ​ຊົນ​ພາກ​ໃຕ້​ມາ​ເຕົ້າ​ໂຮມ​ຢູ່​ພາກ​ເຫນືອ.

 

 

 

ຂ່າວ/ບົດ​ອື່ນ