ສະເຫລີມສະຫລອງ70ປີແຫ່ງວັນສ້າງຕັ້ງກຳມາທິການກົດໝາຍຂອງສະພາແຫ່ງຊາດ

ສະເຫລີມສະຫລອງ70ປີແຫ່ງວັນສ້າງຕັ້ງກຳມາທິການກົດໝາຍຂອງສະພາແຫ່ງຊາດ - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ພິ​ທີ
ພາບ:nhandan

(vovworld)- ​ຕອນ​ບ່າຍ​ວັນ​ທີ 29/2, ຢູ່ ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ກຳ​ມາ​ທິ​ການ​ກົດ​ໝາຍ​ຂອງ​ສະ​ພາ​ແຫ່ງ​ຊາ​ດ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ (4/3/1946-4/3/2016). ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ໄດ້​ສະ​ເຫນີ​ວ່າ: ໄລ​ຍະ​ຈະ​ມາ​ເຖິງ ການ​ເຄື່ອນ​ໄຫວ​ຂອງ​ກຳ​ມາ​ທິ​ການ ຄວນ​ສືບ​ຕໍ່​ປ່ຽນ​ແປງ, ເປັນ​ຕົ້ນ​ໃນ​ວຽກ​ງານ​ສ້າງ​ກົດ​ໝາຍ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຢືນ​ຢັນ: ຄວາມ​ສາ​ມັກ​ຄີ ສະ​ຫນິດ​ຕິດ​ພັນ, ເຄົາ​ລົບ​ກົດ​ໝາຍ, ເສີມ​ຂະ​ຫຍາຍ​ຈິດ​ໃຈ, ພູມ​ປັນ​ຍາ​ລວມ​ໝູ່​ໃນ​ການ​ເຄື່ອນ​ໄຫວ​ ນັ້ນ​ແມ່ນ​ມູນ​ເຊື້ອ​ອັນ​ລ້ຳ​ຄ່າ ຊື່ງ ກຳ​ມາ​ທິ​ການ​ກົດ​ໝາຍ​ຄວນ​ເສີມ​ຂະ​ຫຍາຍ​ເພື່ອ​ປະ​ກອບ​ສ່ວນ​ນຳ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ​ນັບ​ມື້​ນັບ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​.

 

 

 

 

ຂ່າວ/ບົດ​ອື່ນ