ສະເຫລີມສະຫລອງວັນນ້ຳສະອາດໂລກປີ 2013

ສະເຫລີມສະຫລອງວັນນ້ຳສະອາດໂລກປີ 2013 - ảnh 1
ພາບປະກອບ:internet


(vovworld)-  ວັນ​ທີ 22/3 ​ແມ່ນ​ສະ​ເຫລີ​ມສະຫລອງ​ວັນ​ນ້ຳ​ສະອາດ​ໂລກ 2013. ນີ້​ແມ່ນ​ເຫດການ​ສາກົນ​ຖືກ​ຈັດ​ຂຶ້ນ​ປະຈຳ​ປີ ​ເພື່ອ​ດຶງ​ດູດ​ຄວາມ​ເອົ​າ​ໃຈ​ໃສ່​ຂອງ​ປະຊາຊົນ​ທຸກ​ຄົນ​ໃນ​ທົ່ວ​ໂລກ​ເຫັນ​ໄດ້​ຄວາມ​ສຳຄັນ​ຂອງ​ຊັບພະຍາກອນ​ນ້ຳ. ຢູ່ ຫວຽດນາມ ​ໄດ້ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ຕອບ​ສະ​ຫນອງ​ວັນ​ດັ່ງກ່າວຄື: ງາມ​ຊຸມນຸມ​ມິດ​ຕິງ, ປູກ​ຕົ້ນ​ໄມ້…

ກ່າວ​ຄຳຫັນ​ເນື່ອງໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນ​ນ້ຳ​ສະອາດໂລກ 2013, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban Ki Moon ​ໄດ້​ຢືນຢັນ​ວ່າ: ນ້ຳ​ສະອາດ ​ແມ່ນ​ຂໍ້​ກຸນ​ແຈ​ພາ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແມ່ນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ​ສຳລັບ​ສຸຂະພາບ​ຂອງ​ມະນຸດ, ການ​ຄ້ຳປະກັນ​ດ້ານ​ສະບຽງ​ອາຫານ ​ແລະ ພັດທະນາ​ເສດຖະກິດ.  ​ເນື່ອງ​ໃນ​ໂອກາດ​ນີ້, ສປຊ ຮຽກຮ້ອງ​ປະຊາ​ຄົມ​ໂລກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫ​ລ່ງນ້ຳ, ປັບປຸງ​ລະບົບ​ອະນາ​ໄມ​ທົ່ວ​ໂລກ ​ແລະ ຊຸກຍູ້​ການ​ພັດທະນາ​ແບບ​ຍືນ​ຍົງ. ປະຈຸ​ບັນ, ຢູ່​ໃນ​ໂລກ ຄາດ​ວ່າ​ມີ​ປະມານ 780 ລ້ານ​ຄົນ​ບໍ່​ມີ​ເງື່ອນ​ໄຂ​ສຳ​ພັດ​ກັບ​ແຫ​ລ່ງນ້ຳ​ສະອາດ.

ຂ່າວ/ບົດ​ອື່ນ