ສະເໜີ UNESCO ຮັບຮອງເອົາຂັບຊວານແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ຕາງໜ້າໃຫ້ມວນມະນຸດ

ສະເໜີ UNESCO ຮັບຮອງເອົາຂັບຊວານແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ຕາງໜ້າໃຫ້ມວນມະນຸດ - ảnh 1
ສະເໜີ UNESCO ຮັບຮອງເອົາຂັບຊວານແມ່ນ
ມໍລະດົກວັດທະນະທຳບໍ່ມີຮູບຮ່າງທີ່ຕາງໜ້າໃຫ້ມວນມະນຸດ
(ພາບ: TTXVN)


(vovworld) – ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫາ​ກໍ​ເຫັນ​ດີ​ໃຫ້​ລັດ​ຖະ​ມົນ​ຕີ​ວ່າກ​ານ​ກະ​ຊວງວັດ​ທະ​ນະ​ທຳ, ​ກິລາ ແລະ ທ່ອງ​ທ່ຽວ ຕາງ​ໜ້າ​ລັດ​ຖະ​ບານ ລົງ​ນາມ​ໃນ​ສຳ​ເນົາ​​ເອ​ກະ​ສານ​ລະ​ດັບ​ຊາດ “ຂັບ​ຊ​ວານ​ຟຸ໋​ທໍ້” ເພື່ອຍື່ນ​ສະ​ເໜີ​ຕໍ່​ອົງ​ການ​ສຶກ​ສາ​ວິ​ທະ​ຍາ​ເສດ ແລະ ວັດ​ທະ​ນະ​ທຳສ​ປ​ຊ (UNESCO) ພິ​ຈາ​ລະ​ນາ ນຳ​ເຂົ້າ​ບັນ​ຊີ​ລາຍ​ຊື່ມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ ທີ່​​ເປັນ​ຕົວ​ແທນ​ໃຫ້ມວນ​ມະ​ນຸດ. ນາ​ຍົກ​ລັດ​ຖະ​ມົນ​ຕີ ມອບ​ໝາຍ​ໃຫ້ກະ​ຊວງວັດ​ທະ​ນະ​ທຳ, ​ກິລາ ແລະ ທ່ອງ​ທ່ຽວ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ UNESCO ຫວຽດ​ນາມ ເຮັດ​ບັນ​ດາ​ລະ​ບຽບ​ການ​ທີ່​ຈຳ​ເປັນ​ເພື່ອ​​ສົ່ງສຳ​ເນົາ​ເອ​ກະ​ສານ​ເຖິງ UNESCO ກ່ອນ​ວັນ​ທີ 31/03/2016. ຂັບ​ຊວ​ານ ຍັງ​ໄດ້​ເອີ້ນ​ວ່າ ຂັບ​ຢູ່​ຕໍ່​ໜ້າ​ສາ​ລາ​ບ້ານ, ​ທີ່​ມີມາ​ແຕ່​ສະ​ໄໝ​ເຈົ້າ​ຊີ​ວິດ​ຮຸ່ງ. ​ຕາມ​ປື້ມ​​ປະ​ຫ​ວັດ​ສາດ​ທີ່ບັນ​ທຶກ​ໄວ້, ຂັບ​ຊວານ ​ຍືນ​ຍົງ​ຄົງ​ຕົວ​​ມາກວ່າ 2.000 ປີ​ແລ້ວ, ​ແມ່ນ​ມ​ໍ​ລະ​ດົກ​ວັດ​​ທະນະ​ທຳ​ພື້ນ​ເມືອງ​​ອັນ​ລ​້ຳ​ຄ່າ.

ຂ່າວ/ບົດ​ອື່ນ