ສະເໜີຕໍ່ຜູ້ອ່ານກ່ຽວກັບປື້ມຕ່າງປະເທດເຫຼັ້ມທຳອິດກ່ຽວກັບເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ

(VOVWORLD) - ປື້ມເຫຼັ້ມນີ້ໄດ້ແນະນຳບັນດາໄລຍະທາງຕົ້ນຕໍໃນພາລະກິດແຫ່ງການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ດ້ວຍບັນດາຂໍ້ມູນລະອຽດ ກ່ຽວກັບຄາວເຍົາໄວ ແລະ ຊຸມວັນເດືອນປີຮຽນມະຫາວິທະຍາໄລຂອງເລຂາທິການໃຫຍ່ ຕະຫຼອດຮອດໄລຍະປະຈຸບັນ
ສະເໜີຕໍ່ຜູ້ອ່ານກ່ຽວກັບປື້ມຕ່າງປະເທດເຫຼັ້ມທຳອິດກ່ຽວກັບເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ - ảnh 1ນັກປະພັນ Cho Chul-hyeon
(ພາບ:Trường Giang/TTXVN)

ສ ເກົາຫຼີ ຫາກໍ່ສະເໜີຕໍ່ຜູ້ອ່ານກ່ຽວກັບປື້ມທີ່ມີຫົວຂໍ້ວ່າ “ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ” ຂອງນັກປະພັນ Cho Chul-hyeon. ນີ້ແມ່ນປື້ມເຫຼັ້ມທຳອິດໄດ້ພິມຈຳໜ່າຍສະເພາະກ່ຽວກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢູ່ ສ ເກົາຫຼີ ກໍ່ຄືຢູ່ໃນໂລກ.

        ປື້ມເຫຼັ້ມນີ້ໄດ້ແນະນຳບັນດາໄລຍະທາງຕົ້ນຕໍໃນພາລະກິດແຫ່ງການເຄື່ອນໄຫວຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ດ້ວຍບັນດາຂໍ້ມູນລະອຽດ ກ່ຽວກັບຄາວເຍົາໄວ ແລະ ຊຸມວັນເດືອນປີຮຽນມະຫາວິທະຍາໄລຂອງເລຂາທິການໃຫຍ່ ຕະຫຼອດຮອດໄລຍະປະຈຸບັນ, ຊຶ່ງມີບໍ່ເທົ່າໃດຄົນຮູ້ຈັກ. ພ້ອມນັ້ນ, ມີຫຼາຍບົດໜັງສືພິມຂອງເພີ່ນຂຽນໃນເວລາເປັນນັກຂ່າວບັນນາທິການໃຫ້ວາລະສານກອມມູນິດ, ກະບອກສຽງຂອງພັກກອມມູນິດ ຫວຽດນາມ, ກໍ່ໄດ້ແນະນຳລະອຽດ.

        ຕາມນັກປະພັນ Cho Chul-hyeon ແລ້ວ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມີຄວາມດຶງດູດພິເສດ, ຍ້ອນວ່າເພິ່ນແມ່ນການນຳໄດ້ເລີ່ມແຕ່ຂະແໜງວັນນະຄະດີ - ເຊິ່ງຫາຍາກໃນວົງການການນຳໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ