ສະເໜີຕໍ່ຜູ້ອ່ານປຶ້ມເອກະສານກ່ຽວກັບອະທິປະໄຕຂອງຫວຽດນາມ

ສະເໜີຕໍ່ຜູ້ອ່ານປຶ້ມເອກະສານກ່ຽວກັບອະທິປະໄຕຂອງຫວຽດນາມ - ảnh 1
ປຶ້ມເອກະສານກ່ຽວກັບອະທິປະໄຕຂອງ ຫວຽດນາມທີ່​ມີຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ ​ແລະ ບັນດາ​ບໍລິ​ເວນ​ທະ​ເລ​ຂອງ​ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(​vovworld) – ​“ເອກະ​ສານພາສາຫວຽດເດີມຈຳນວນ​ໜຶ່ງກ່ຽວກັບອະທິປະໄຕ ຂອງ ຫວຽດນາມທີ່​ມີຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ ​ແລະ ບັນດາ​ບໍລິ​ເວນ​ທະ​ເລ​ຂອງ​ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ ” ນີ້​ແມ່ນ​ຊື່​ຂອງ​ປຶ້ມ​ອ່ານໂດຍສະ​ຖາ​ບັນ​ຄົ້ນ​ຄ້ວາ​ພາສາ​ຫວຽດ​ເດີມ​ຂຶ້ນ​ກັບ​ສະ​ຖາ​ບັນ​ບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ​​ປະຕິບັດ ຫາ​ກໍ​ນຳ​ສະ​ເໜີ​ຕໍ່​ຜູ້​ອ່ານ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 3/6 ຢູ່​ຮ່າ​ໂນ້ຍ. ປຶ້ມ​ອ່ານ​ຫົວ​ນີ້​ໄດ້​ຮວບ​ຮ່ວມ​ເອກະສານ 46 ສະບັບ​ຊຶ່ງ​ປະກອບ​ດ້ວຍ​ແຜນ​ທີ່, ​ເອກະສານ​ປະຫວັດສາດ, ​ເອກະສານ​ພູມ​ສາດ, ​ເອກະສານ​ການ​ປົກຄອງ, ບົດ​ກາບກອນ....ຊຶ່ງ​ໄດ້​ບັນທຶກ​ຢ່າງ​ຄົບ​ຖ້ວນ​ກ່ຽວ​ກັບອະທິປະໄຕ ຂອງ ຫວຽດນາມທີ່​ມີຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ ​ແລະ ບັນດາ​ບໍລິ​ເວນ​ທະ​ເລ​ຂອງ​ຫວຽດນາມ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ຮອງ​ສາດສະດາຈານ ດຣ ຈິ້ງ​ຄັກ​ແມ້ງ ອະດີດຫົວໜ້າສະ​ຖາ​ບັນ​ຄົ້ນ​ຄ້ວາ​ພາສາ​ຫວຽດ​ເດີມ​ຂຶ້ນ​ກັບ​ສະ​ຖາ​ບັນ​ບັນດິດ​ວິທະຍາສາດ​ສັງຄົມ​ຫວຽດນາມ ​ໃຫ້​ຮູ້​ວ່າ : 

      “ ພວກ​ຂ້າພະ​ເຈົ້າ​ມີ​ຊຸດ​ປຶ້ມ​ອ່ານ​ປະກອບ​ດ້ວຍ 3000 ໜ້າ ຊຶ່ງ​ເວົ້າ​ເຖິງ​ການ​ປະຕິບັດ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່​ເຂດ​ທະ​ເລ​ໝູ່​ເກາະ​ຢູ່​ທະ​ເລ​ຕາ​ເວັນ​ອອກ.  ບົນ​ພື້ນຖານ​ນັ້ນ, ພວກ​ຂ້າພະ​ເຈົ້າ​ເລືອກ​ເຟັ້ນຕາມ​ມາດຖານ​ຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ​ເພື່ອ​ປະກາດ​ເອກະສານ 46 ສະບັບ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ​ເອກະສານ​ເຫຼົ່າ​ນີ້​ລ້ວນ​ແຕ່​ມີ​ລັກສະນະ​ນິຕິ​ກຳ​ເພາະວ່າ ນີ້​ແມ່ນ​ລະບົບ​ເອກະສານ​ຂອງ​ລັດ​ຫວຽດນາມ​ແຕ່​ສະ​ໄໝ​ສັກ​ດີ​ນາ​ຂຽນ​ກ່ຽວ​ກັບ​ບັນຫາ​ນີ້ ” 

ຂ່າວ/ບົດ​ອື່ນ