ສະເໜີຕົວກຸ່ມສະມາຊິກລັດຖະສະພາມິດຕະພາບຮັກຫອມຫວຽດນາມຢູ່ລັດຖະສະພາເອີລົບ

ສະເໜີຕົວກຸ່ມສະມາຊິກລັດຖະສະພາມິດຕະພາບຮັກຫອມຫວຽດນາມຢູ່ລັດຖະສະພາເອີລົບ - ảnh 1
ສະ​ເໜີ​ຕົວ​ກຸ່ມ​ສະມາ​ຊິກລັດຖະສະພາມິດຕະພາບ
ຮັກ​ຫອມຫວຽດນາມ​ຢູ່ລັດຖະສະພາ​ເອີ​ລົບ
(ພາບ: TTXVN)

(vovworld) – ວັນ​ທີ 11/11, ສະຖານທູດ​ຫວຽດນາມ ປະຈຳ​ລາຊະ​ອານາ​ຈັກ​​ແບນ​ຊິກ ​ໄດ້​ຈັດ​ພິທີ​ສະ​ເໜີ​ຕົວກຸ່ມ​ສະມາ​ຊິກລັດຖະສະພາມິດ​ຕະພາບ​ຮັກ​ຫອມຫວຽດນາມ ​ຢູ່ລັດຖະສະພາ​ເອີ​ລົບ (EP) ດ້ວຍ​ສະມາຊິກ 32 ຄົນ​ສັງ​ກັດ​ພັກ​​ຕ່າງໆ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເວື​ອງ​ເທື່ອ​ຟອງ, ຫົວ​ໜ້າຄະນະ​ຜູ້​ແທນ​ຫວຽດນາມ ຢູ່​ຂ້າງ​ສະຫະພາບ​ເອີ​ລົບ (EU) ​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ເຫດການ​ສຳຄັນ​ໃນ​ການ​ເຄື່ອນ​ໄຫວ​ສະ​ເຫຼີມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ຫວຽດນາມ ​ແລະ EU, ພ້ອມ​ທັງ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນວ່າ ກຸ່ມສະມາ​ຊິກລັດຖະສະພາມິດຕະພາບຮັກ​ຫອມຫວຽດນາມ ຢູ່ EP ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ຫວຽດນາມ - EU ​ໃຫ້​ນັບ​ມື້​ນັບ​ພັດທະນາ, ພິ​ເສດ​​ພາຍຫຼັງ​ທີ່ 2 ຝ່າຍ​ລົງ​ນາມ​ສັນຍາ​ການ​ຄ້າ​ເສລີ (FTA). ຕາງໜ້າ​ໃຫ້​ກຸ່ມສະມາ​ຊິກມິດລັດຖະສະພາຕະພາບຮັກ​ຫອມຫວຽດນາມ ຢູ່ EP, ປະທານ​ກຸ່ມ, ສະມາຊິກລັດຖະສະພາທ່ານ Jan Zahradil ທັງ​ເປັນ​ຮ​ອງປະທານ​ຄະນະ​ກຳມະການ​ກາ​ນຄ້າ​ສາກົນ EP ຢືນຢັນ​ວ່າ, ຫວຽດນາມ ບັນ​ລຸ​ໄດ້​ລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ​ດີ​ພໍ​ສົມຄວນ ​ແລະ ​ໄດ້​ກາຍ​ເປັນ​ປັດ​ໃຈສຳຄັນ​ໃນ​ອາ​ຊຽນ.

ຂ່າວ/ບົດ​ອື່ນ