ສະເໜີຕົວຊຸດປື້ມດ້ວຍຫົວຂໍ້ວ່າ “ທະເລ, ໝູ່ເກາະ - 2019”

(VOVWORLD) -ຕອນເຊົ້າວັນທີ 18 ກຸມພາ, ຢູ່ນະຄອນໂຮ່ຈິມິນ, ໄດ້ດຳເນີນພິທີສະເໜີຕົວຊຸດປື້ມດ້ວຍຫົວຂໍ້ວ່າ “ທະເລ, ໝູ່ເກາະ - 2019”

ສະເໜີຕົວຊຸດປື້ມດ້ວຍຫົວຂໍ້ວ່າ “ທະເລ, ໝູ່ເກາະ - 2019” - ảnh 1

 ສະເໜີຕົວຊຸດປື້ມດ້ວຍຫົວຂໍ້ວ່າ “ທະເລ, ໝູ່ເກາະ - 2019”

(ພາບ: baotintuc.vn)

ລວມມີ: ຊຸດບົດກາບກອນ “ຂີດໝາຍຂອງທະເລ” ຂອງນັກປະພັນ ຟຸ່ງຮ້ຽວ; ຊຸດບົດກາບກອນ “ສຽງຄືນທະເລ” ຂອງນັກປະພັນ ຟ້າມເຟືອງລານ; ເລື່ອງຍາວ “ມຸ່ງໄປເຖິງແສງອະລຸນ” ຂອງນັກປະພັນ ຫວໍທູເຮືອງ… ທີ່ພິທີ, ທ່ານ ເຈິ່ນລອງເອີນ, ປະທານສະຫະພັນບັນດາສະມາຄົມວັນນະຄະດີສິລະປະນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ, ປີ 2018, ດ້ວຍຫົວຂໍ້ວ່າ “ນັກປະພັນວັນນະຄະດີນະຄອນໂຮ່ຈິມິນ ກັບເຂດທະເລ, ໝູ່ເກາະທີ່ຮັກແພງ”, ພາຍຫຼັງບັນດາການໄປສຳຫຼວດຕົວຈິງເພື່ອປະພັນ, ບັນດາບົດປະພັນທີ່ຂຶ້ນກັບຮູບແບບວັນນະຄະດີສິລະປະໄດ້ສະເໜີຕົວຕໍ່ມະຫາຊົນເປັນລຳດັບ ແລະ ເສີມຂະຫຍາຍທ່າແຮງຂອງແຕ່ລະຂະແໜງ. ສະເພາະຂົງເຂດວັນນະຄະດີ, ສະຫະພັນບັນດາສະມາຄົມວັນນະຄະດີສິລະປະນະຄອນໂຮ່ຈິມິນ ໄດ້ຄັດເລືອກ 5 ບົດປະພັນທີ່ໄດ້ພິມຈຳໜາຍ, ຮັບໃຊ້ໃຫ້ແກ່ຜູ້ອ່ານຢ່າງກວ້າງຂວາງໃນໂອກາດສະເໜີຕົວປື້ມດ້ວຍຫົວຂໍ້ວ່າ “ທະເລ, ໝູ່ເກາະ - 2019”.

ຕອບກັບ

ຂ່າວ/ບົດ​ອື່ນ