ສະ​ເໜີ​ຕົວຕໍ່​ຜູ້​ອ່ານເວັບ​ໄຊ​ພິ​ເສດກ່ຽວ​ກັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ

(VOVWORLD) -    ຕອນເຊົ້າວັນທີ 20 ສິງຫາ, ໜັງສືພິມ ເຍິນເຢີນ (ສຽງຂອງພັກກອມມູນິດ ຫວຽດນາມ) ໄດ້ສະເໜີຕົວຕໍ່ຜູ້ອ່ານເວັບໄຊພິເສດ “ເລຂາທິການໃຫຍ່ ຫງວຽນຝູຈິ້ອງ - ຜູ້ນຳທີ່ມີຄຸນສົມບັດ ແລະ ມີຄວາມເກັ່ງກ້າສາມາດຂອງພັກ”, ແລະ ງານວາງສະແດງພາບຖ່າຍກ່ຽວກັບທ່ານເລຂາທິການໃຫຍ່.
ສະ​ເໜີ​ຕົວຕໍ່​ຜູ້​ອ່ານເວັບ​ໄຊ​ພິ​ເສດກ່ຽວ​ກັບ​ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ - ảnh 1ທ່ານ ເລືອງເກື່ອງ ຜູ້ປະຈຳການຄະນະເລຂາທິການ ກ່າວຄຳເຫັນທີ່ພິທີສະເໜີຕົວເວັບໄຊພິເສດ (ພາບ:VOV)

ເວັບໄຊດັ່ງກ່າວມີລະຫັດ http://nguyenphutrong.nhandan.vn, ໝູນໃຊ້ບັນດາເຕັກໂນໂລຢີດ້ານສື່ມວນຊົນທັນສະໄໝໃນພື້ນຖານດີຈີຕອນ, ດ້ວຍບົດຂຽນ, ພາບຖ່າຍ, ຄຼິບວິດີໂອ, ຜະລິດຕະພັນສື່ມວນຊົນປະເພດຕ່າງໆຫຼາຍກວ່າ 1.000 ຢ່າງ. ເວັບໄຊດັ່ງກ່າວ ມີບັນດາຄໍລຳຄື “ສານເພື່ອປະເທດຊາດ ເພື່ອປະຊາຊົນ”, “ຢຶດໝັ້ນເສັ້ນທາງທີ່ໄດ້ເລືອກ”, “ຄຳເຫັນການນຳ, ນັກຊ່ຽວຊານ”, ຄວາມຮັກແພງຕໍ່ທ່ານເລຂາທິການໃຫຍ່”, ເວັບໄຊຂໍ້ພິເສດນີ້ ໄດ້ປະກອບສ່ວນຢັ້ງຢືນ, ແຜ່ຂະຫຍາຍຄຸນຄ່າບັນດາຜົນງານດ້ານທິດສະດີ ແລະ ການປະກອບສ່ວນຢ່າງໃຫຍ່ຫຼວງໃນການສ້າງພື້ນຖານວິທະຍາສາດ - ພຶດຕິກຳຕົວຈິງໃຫ້ແກ່ວິວັດການວາງກຳນົດແນວທາງ, ແຜນນະໂຍບາຍກໍ່ສ້າງ, ພັດທະນາປະເທດຊາດໃນໄລຍະປ່ຽນແປງໃໝ່ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ; ແມ່ນຖານຂໍ້ມູນທີ່ສຳຄັນຮັບໃຊ້ວຽກງານຄົ້ນຄວ້າ, ຊອກຫາຂອງພະນັກງານ, ສະມາຊິກພັກ ແລະ ມະຫາຊົນເປັນຈຳນວນຫຼວງຫຼາຍ.


ຕອບກັບ

ຂ່າວ/ບົດ​ອື່ນ