ສະເໜີຕົວປະຕູຖານຂໍ້ມູນເອເລັກໂຕນິກສົ່ງເສີມການຮ່ວມມືດ້ານສຶກສາລະຫວ່າງຫວຽດນາມແລະອັງກິດ

ສະເໜີຕົວປະຕູຖານຂໍ້ມູນເອເລັກໂຕນິກສົ່ງເສີມການຮ່ວມມືດ້ານສຶກສາລະຫວ່າງຫວຽດນາມແລະອັງກິດ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 25/7, ຢູ່​ຮ່າ​ໂນ້ຍ, ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກສົ່ງ​ເສີມ​ການ​ຮ່ວມ​ມື​ດ້ານ​ສຶດສາລະ​ຫວ່າງ ຫວຽດນາມ ​ແລະ ລາຊະ​ອານາຈັກ ອັງກິດ​ ໄດ້ສະ​ເໜີ​ຕົວຢ່າງ​ເປັນ​ທາງ​ການ ດ້ວຍ​ລະຫັດ www.go2uk.vn . ດ້ວຍ​ຮູບ​ການ​ເວທີ​ປາ​ໄສ​​​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ, ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ​ ແມ່ນບອນ​ສະໜອງ​ບັນດາ​ຂໍ້​ມູນ​ຂ່າວສານ ​ເພື່ອ​ຊ່ວຍ​ນັກ​ສຶກສາ ​ແລະ ຜູ້​ເປັນ​ພໍ່​ແມ່​ນັກ​ສຶກສາ ​ຊອກຮູ້​ກ່ຽວກັບຊີວິດ​ການ​ເປັນ​ຢູ່​ການຮຳ່ຮຽນ ລາຊະ​ອານາຈັກ ອັງກິດ ​ຢ່າງ​ສະດວກ​ ​ແລະ ຄົບ​ຖ້ວນ​ທີ່​ສຸດ. ທີ່​ພິທີສະ​ເໜີ​ຕົວ​ປະຕູ​ຖານ​ຂໍ້​ມູນ​ເອ​ເລັກ​ໂຕ​ນິກ ຍັງ​ການໂອ້​ລົມ​ສົນທະນາ​ດ້ວນ​ຫົວ​ຂໍ້: ​“ເປັນ​ຫຍັງ​ຄວນ​​ໄປ​ຮຽນ​ຢູ່ ລາຊະ​ອານາຈັກ” ​ແລະ “ບົດຮຽນຊອກ​ຫາ​ທຶນ​ສຶກສາ ອັງກິດ”. ບັນດາ​ນັກຮຽນ​, ນັກ​ສຶກສາ ຍັງ​ມີ​ໂອກາດ​ໄດ້​ຮັບ​ທຶນ​ສຶກສາ 100% ​ແລະ ຮັບ​ຄ່າປຶກສາ​ຈາກຜູ້​ຕ່າງ​ໜ້າ​ຂອງ 15 ມະຫາວິທະຍາ​ໄລທີ່​ໄດ້​ຮັບ​ຄວາມ​ນິຍົມ​ກ່ວາ​ໝູ່ຢູ່ ລາຊະ​ອານາຈັກ ອັງກິດ.


ຂ່າວ/ບົດ​ອື່ນ