ສະເໜີຕົວສູນກຳມະການການຄ້າທະນາຍຄວາມຫວຽດນາມ

ສະເໜີຕົວສູນກຳມະການການຄ້າທະນາຍຄວາມຫວຽດນາມ - ảnh 1
ສະເໜີຕົວສູນກຳມະການການຄ້າທະນາຍຄວາມຫວຽດນາມ
(ພາບ: VTV)

(vovworld) - ວັນ​ທີ 21/4 ສູນ​ກຳມະການ​ການ​ຄ້າ​ທະນາຍຄວາມ​ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເໜີ​ຕົວ ​ແລະ ທຳ​ການ​ເຄື່ອນ​ໄຫວຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ສູນ​ກຳມະການທີ 15 ທີ່​ໄດ້​ຮັບ​ອະນຸຍາດ​ສ້າງ​ຕັ້ງ​ຢູ່​ ຫວຽດນາມ, ​ແມ່ນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ ​ແລະ ​ເຄື່ອນ​ໄຫວ​ເປັນ​ເອກະລາດ ບໍ່​​ແມ່ນເພື່ອ​ກຳ​ໄລ​ຂອງ​ສະມາຄົມ​ທະນາຍຄວາມ ຫວຽດນາມ. ກ່າວ​ຄວາມ​ເຫັນ​ນະ​ພິທີ​ສະ​ເໜີ​ຕົວ, ທ່ານ ​ເຈືອງ​ຮ່ວາ​ບິ່ງ, ຮອງ​ນາຍົກລັດຖະມົນຕີ ​ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ພາລະ​ໜ້າ​ທີ່​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ທະນາຍຄວາມ ​ຫວຽດນາມ; ​ໃນ​ນັ້ນ​ມີສູນ​ກຳມະການ​ການ​ຄ້າ​ທະນາຍຄວາມ​ ຫວຽດນາມ, ປະກອບສ່ວນ​ກໍ່ສ້າງ ​ແລະ ປະຕິບັດ​ກົນ​ໄກ​ມາດ​ຕະການ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ສະໜິດສະໜົມ, ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ພາວະ​ວິ​ໄສ, ຍຸຕິ​ທຳ, ມີ​ຄວາມ​ສະດວກ ​ແລະ ມີ​ປະສິດທິ​ຜົນ, ປົກ​ປ້ອງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຝ່າຍ​ຕ່າງໆ. ທ່ານ ​ເຈືອງ​ຮ່ວາ​ບິ່ງ, ຮອງ​ນາຍົກລັດຖະມົນຕີ ​​ເຊື່ອ​ໝັ້ນ​ວ່າ, ດ້ວຍ​ຖັນ​ແຖວ​ບັນດາ​ນັກ​ກຳມະການ​ວິຊາ​ການ, ​ເຊິ່ງ​ແມ່ນ​ບັນດາ​ທະນາຍຄວາມ, ນັກ​ກົດໝາຍ, ບັນດາ​ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ, ການ​ເງິນ, ການ​ຄ້າ ​ແລະ ການ​ລົງທຶນ, ບັນດາ​ສາ​ສະ​ດາ​ຈານ, ດຣ ທີ່​ມີ​ປະສົບ​ການ ​ແລະ ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ຂົງ​ເຂດ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ນັ້ນ, ສູນ​ກຳມະການ​ການ​ຄ້າ​ທະນາຍຄວາມ​ ຫວຽດນາມຈະ​ໜູນ​ຊ່ວຍ​ດ້ານ​ນິຕິ​ກຳ ​ແລະ ​ໃຫ້​ຄຳ​ປຶກສາ​ຢ່າງ​ມີ​ປະສິດທິ​ຜົນ, ຊ່ວຍ​ປະຊາ​ຄົມ​ວິ​ສາ​ຫະກິດ, ບັນດາ​ອົງການ​ຈັ​ດຕັ້ງ ​ແລະ ສ່ວນ​ບຸກຄົນ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້​ງກັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ… ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ດີ​ທີ່​ສຸດ. ປະຈຸ​ບັນ, ສູນ​ກຳມະການ​ການ​ຄ້າ​ທະນາຍຄວາມ​ ຫວຽດນາມ ​ແມ່ນ​ອົງການ​ກຳມະການ​ທີ່​ມີ​ອິດ​ທິພົນ ​ແລະ ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ບັນດາ​ວິ​ສາ​ຫະກິດ, ອົງການ​ເສດຖະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ຂ່າວ/ບົດ​ອື່ນ