ສະເໜີຕົວສູນສົ່ງເສີມການທ່ອງທ່ຽວ ຢູ່ນະຄອນໂຮ່ຈິມິນ

ສະເໜີຕົວສູນສົ່ງເສີມການທ່ອງທ່ຽວ ຢູ່ນະຄອນໂຮ່ຈິມິນ - ảnh 1
ສະ​ເໜີ​ຕົວສູນ​ສົ່ງ​ເສີມ​ການທ່ອງທ່ຽວ​ນະຄອນ​ ​
ແລະ ສູນຊອກ​ຮູ້​ຂໍ້​ມູນ​ຂ່າວສານ​ທ່ອງ​ທ່ຽວ 1087
(ພາບ: baomoi.com)


(vovworld) -     ຕອນ​ບ່າຍ​ວັນ​ທີ 29/01, ຢູ່​ນະຄອນ​ໂຮ່ຈິ​ມິນ, ພະ​ແນ​ກວັດທະນະທຳ - ກິລາ ​ແລະ ທ່ອງ​ທ່ຽວ​ນະຄອນ​ໂຮ່ຈິ​ມິນ ​ໄດ້​​ສະ​ເໜີ​ຕົວສູນ​ສົ່ງ​ເສີມ​ການທ່ອງທ່ຽວ​ນະຄອນ​ ​ແລະ ສູນຊອກ​ຮູ້​ຂໍ້​ມູນ​ຂ່າວສານ​ທ່ອງ​ທ່ຽວ 1087 ຢ່າງ​ເປັນ​ທາງ​ການ. ​ເພື່ອ​ແນ​ໃສ່​ຍົກ​ສູງ​ວຽກ​ງານ​ໂຄສະນາ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຕາມ​ທິດ​ຫັນ​ເປັນວິ​ຊາ​ການ, ບັນດາ​ສະຖານ​ທີ່​ທ່ອ​ງ​ທ່ຽວ, ຕະຫຼາດ​ທ່ອງ​ທ່ຽວ​ແຂວງ, ນະຄອນ​ເຂດ​ຕາ​ເວັນ​ອອກຂອງ​ພາກ​ໃຕ້ຫວຽດນາມ - ​ເຂດ​ຕາເວັນ​ຕົກ​ພາກ​ໃຕ້​ຂອງ​ຫວຽດນາມ ​ແລະ ​ເຂດລຸ່ມ​ແມ່​ນ້ຳຂອງ; ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ສະຖານ​ທີ່​ທ່ອງ​ທ່ຽວ​ນະຄອນ​ໂຮ່ຈິ​ມິນ, ສົ່ງ​ເສີມ​ວຽກ​ງານ​ໂຄສະນາ​ນະ​ຄອນ​ໂຮ່ຈິ​ມິນ ​ໃຫ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ຈຸດ​ນັດ​ພົບ​ດ້ານ​ການທ່ອງທ່ຽວ​ອັນ​ດັບ​ໜຶ່ງ​ໃນ​ອະນຸພາກ​ພື້ນ​ແມ່ນ​ນຳ້​ຂອງ ​ແລະ ອາ​ຊຽນ; ສ້າງ​ລະບົບຮັບ​ຮູ້ເຄື່ອງໝາຍ​ການທ່ອງ​ທ່ຽວ “ນະຄອນ​ໂຮ່ຈິ​ມິນ​ທີ່​ມີ​ຊີວິດ​ຊີວາ” ດ້ວຍ​ການ​ຈັດ​ຕັ້ງ​ບັ້ນ​ຂົນຂວາຍ “ທ່ອງ​ທ່ຽວ​ທີ່ມີໜ້າ​ທີ່​ຮັບຜິດຊອບ” ມຸ່ງ​ໄປ​ສູ່​ການ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ການທ່ອງທ່ຽວ​ນະຄອນທີ່​ສີວິ​ໄລ ​ແລະ ພັດທະນາ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ