ສະເໜີຕົວສະພາໃຫ້ຄຳປຶກສາຂະແໜງສື່ມວນຊົນ,ສະພາສະຖາບັນສື່ມວນຊົນ

(VOVWORLD) -ຕອນເຊົ້າວັນທີ 09 ມີນາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີສະເໜີຕົວສະພາໃຫ້ຄຳປຶກສາຂະແໜງສື່ມວນຊົນ, ສະພາສະຖາບັນສື່ມວນຊົນ ແລະ ການໂອ້ລົມສົນທະນາ “ໃຫ້ຄຳປຶກສາຍຸດທະສາດພັດທະນາສະຖາບັນສື່ມວນຊົນ” ໄລຍະ 2020 - 2025.

ສະເໜີຕົວສະພາໃຫ້ຄຳປຶກສາຂະແໜງສື່ມວນຊົນ,ສະພາສະຖາບັນສື່ມວນຊົນ - ảnh 1ສະເໜີຕົວສະພາໃຫ້ຄຳປຶກສາຂະແໜງສື່ມວນຊົນ,ສະພາສະຖາບັນສື່ມວນຊົນ

(ພາບ: qdnd.vn)

ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ປຶກສາຫາລື 2 ບັນຫາໃຫຍ່ລວມມີ: ໃຫ້ຄຳປຶກສາແຜນຮ່າງຍຸດທະສາດພັດທະນາສະຖາບັນສື່ມວນຊົນ ແລະ ໃຫ້ຄຳປຶກສາແຜນຮ່າງຄົ້ນຄວ້າຖະແຫຼງຂ່າວ ສື່ມວນຊົນຂອງສະຖາບັນສື່ມວນຊົນ. ບັນດາການກຳນົດທິດພັດທະນາຂອງສະຖາບັນສື່ມວນຊົນໃນໄລຍະຜ່ານມາ ແມ່ນເໝາະສົມກັບທ່າອຽງການພັດທະນາລວມ. ກ່ຽວກັບຍຸດທະສາດແຜນຮ່າງພັດທະນາສະຖາບັນສື່ມວນຊົນ, ທ່ານຮອງສາດສະດາຈານ, ປະລິຍາເອກ ຫງວຽນເທ໊ກີ, ຜູ້ອຳນວຍການໃຫຍ່ VOV, ເນັ້ນໜັກວ່າ.

        “ສະຖາບັນຂອງພວກເຮົາຈະຄົ້ນຄວ້າບັນຫາທິດສະດີ, ພຶດຕິກຳຕົວຈິງກ່ຽວກັບສື່ມວນຊົນຂອງຫວຽດນາມ, ຂອງພາກພື້ນ ແລະ ໂລກ. ເຮັດແນວໃດຊີ້ແຈ້ງບັນດາທ່າອຽງພັດທະນາຂອງສື່ມວນຊົນໃນປະຈຸບັນ, ກາລະໂອກາດ, ສິ່ງທ້າທາຍທີ່ໄດ້ວາງອອກ. ຂ້າພະເຈົ້າຄິດວ່າການຄາດຄະເນນີ້ແມ່ນສຳຄັນທີ່ສຸດ ເຊິ່ງສະຖາບັນຄົ້ນຄວ້າ, ຊ້ຳບໍ່ໜຳແມ່ນເພື່ອໃຫ້ຄຳປຶກສາຕໍ່ພັກ, ລັດ ກ່ຽວກັບການພັດທະນາສື່ມວນຊົນຫວຽດນາມ ຫາກບໍ່ພຽງແຕ່ແມ່ນວຽກງານບຳລຸງສ້າງຂອງສະຖາບັນສື່ມວນຊົນໂຄສະນາເຜີຍແຜ່ເທົ່ານັ້ນ”.

ຕອບກັບ

ຂ່າວ/ບົດ​ອື່ນ