ສະເໜີຕົວສະໂມສອນວິສາຫະກິດໜຸ່ມຫວຽດນາມຄັ້ງທຳອິດຢູ່ອົດສະຕາລີ

ສະເໜີຕົວສະໂມສອນວິສາຫະກິດໜຸ່ມຫວຽດນາມຄັ້ງທຳອິດຢູ່ອົດສະຕາລີ - ảnh 1
ສະ​ເໜີ​ຕົວ​ສະ​ໂມ​ສອນ​ວິ​ສາ​ຫະ​​ກິດ​ໜຸ່ມ​ຫວຽດ​ນາມ​ຄັ້ງ​ທຳ​ອິດ​ຢູ່​ອົດ​ສະ​ຕາ​ລີ
(ພາບ: doanhnhanvietuc.com)

(vovworld) - ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຫວຽດ​ນາມ ປະ​ຈຳ​ອົດ​ສະ​ຕາ​ລີ (VBAA) ຫາກໍ່​ຈັດ​ພິ​ທີ​ສະ​ເໜີ​ຕົວ​ສະ​ໂມ​​ສອນນັກ​ທຸ​ລະ​​ກິດ​ໜຸ່ມ ແລະ ເລີ່ມ​ທຸ​ລະ​ກິດ​ຢູ່​ນະ​ຄອນ Melbourne, ປະ​ເທດອ​ົດ​ສະ​ຕາ​ລີ. ນີ້​ແມ່ນ​ສະ​ໂມ​ສອນ​ນັກ​ທຸ​ລະ​ກິດ​ໜຸ່ມ​ທຳ​ອິດ ແລະ ໜຶ່ງ​ດຽວ​ເຊິ່ງ VBAA ສ້າງ​ຕັ້ງ, ເພື່ອ​ແນ​ໃນ​ໃສ່​ເຊື່ອມ​ຕໍ່​ບັນ​ດາ​ເພື່ອນ​ໜຸ່ມ​ຫວຽດ​ນາມ ​ມີ​ຄວາມເມົາ​ມົວ​ກັບ​ການດຳ​ເນີນ​ທຸ​ລະ​ກິ​ດ​​ທີ່ພວມ​ດຳ​ລົງ​ຊີ​ວີດ, ເຮັດ​ວຽກ​ຢູ່​ອົດ​ສະ​ຕາ​ລີ. ​ເມື່ອສະ​​ໂມ​ສອນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ກໍ່​ຈະ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ໜຸ່ມ​ຢູ່​ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ເຊື່ອມ​ຕໍ່​ນຳ​ກັນ, ໜູ​ນ​ຊ່ວຍ​ເຊິ່ງ​ກັນ ແລະ ກັນ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ດຳ​ເນີນ​ທຸ​ລະ​ກິດ​ລະ​ຫວ່າງ 2 ປະ​ເທດ, ປະ​ກອບ​ສ່ວນ​ປ​ຸກ​ລະ​ດົມ, ສົ່ງ​ເສີມ ແລະ ປຸກ​ລຸກ​ຈິດ​ໃຈ​ເລີ່ມ​ທຸ​ລະ​ກິດ​ຂອງ​ບັນ​ດາ​ເພື່ອນ​ໜຸ່ມ ພາຍ​ຫຼັງ​ຮຽບ​ຈົບ​ຢູ່​ອົດ​ສະ​ຕາ​ລີ.

ຕອບກັບ

ຂ່າວ/ບົດ​ອື່ນ