ສະເໜີຕົວໂຄງການ “ ວາດພາບລາດລະວົງ” ແລະ ວາດພາບເຖິງຊຸດອາພອນ ແລະ ພິທີກຳລາດຊະວັງຫວຽດນາມ

(VOVWORLD) -ວັນທີ 30 ທັນວາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີສະເໜີຕົວໂຄງການ “ ວາດພາບລາດລະວົງ” ແລະ ວາດພາບເຖິງຊຸດອາພອນ ແລະ ພິທີກຳລາດຊະວັງຫວຽດນາມ. 
ສະເໜີຕົວໂຄງການ “ ວາດພາບລາດລະວົງ” ແລະ ວາດພາບເຖິງຊຸດອາພອນ ແລະ ພິທີກຳລາດຊະວັງຫວຽດນາມ - ảnh 1 ໂຄງການ “ ວາດພາບລາດລະວົງ” ແລະ ວາດພາບເຖິງຊຸດອາພອນ ແລະ ພິທີກຳລາດຊະວັງຫວຽດນາມ

ໂຄງການ “ ວາດພາບລາດລະວົງ” ແມ່ນໂຄງການວາດພາບເຖິງພິທີກຳ ແລະ ຊຸດອາພອນລາດຊະວັງຂອງປະເທດຫວຽດນາມໃນສະໄໝລາດຊະວົງເລ ໄຍຍະທຳອິດແຕ່ 1437-1471 , ພ້ອມທັງສ້າງ ແລະ ວາດພາບເຖິງບັນດາຊຸດອາພອນໃນໄລຍະນີ້. ທ່ານ ຫງວຽນຫງອກເຟືອງດົງ, ໜຶ່ງໃນຈຳນວນສະມາຊິກ 3 ຄົນທີ່ໄດ້ສ້າງຕັ້ງກຸ່ມ ຫວຽດນາມແຊນເຕີ ໃຫ້ຮູ້ວ່າ : (ເທບ)

     “ຫວຽດນາມແຊນເຕີ ແມ່ນອົງການເຄື່ອນໄຫວໂດຍບໍ່ສະແຫວງຫາຜົນກຳໄລ, ເຄື່ອນໄຫວໂດຍອີງໃສ່ການປະກອບສ່ວນຂອງບັນດາຜູ້ໃຈບຸນໃຈກຸສົນ ແລະ ບັນດາການເຂົ້າຮ່ວມຂອງບັນດາຜູ້ອາສາສະໝັກ. ພວກຂ້າພະເຈົ້າມຸ່ງໄປສູ່ການໂຄສະນາເຜີຍແຜ່ທາງດ້ານວັດທະນະທຳພື້ນເມືອງ ກໍຄືວັດທະນະທຳຍຸກປະຈຸບັນ, ການທ່ອງທ່ຽວ ແລະ ມະນຸດ, ພາບພົດ ແລະ ທາງດ້ານພາສາຫວຽດນາມເຖິງເພື່ອນມິດສາກົນ. ແລະ ໂຄງການ “ ວາດພາບລາດລະວົງ”  ແມ່ນເພື່ອແນະນຳໃຫ້ຊາວຕ່າງປະເທດ ກໍຄືຊາວຫວຽດນາມອາໄສຢູ່ຕ່າງປະເທດຮັບຊາບກ່ຽວກັບຮູບພາບທີ່ແທ້ຈິງ ແລະ ໃໝ່ອ່ຽມກ່ຽວກັບວັດທະນະທຳອັນຍອດຍິ່ງຂອງຫວຽດນາມໃນສະໄໝສັກດີນາ”

ຕອບກັບ

ຂ່າວ/ບົດ​ອື່ນ